ຜະລິດຕະພັນເງິນກູ້ເພື່ອຊົມໃຊ້ (ໃຫ້ກູ້ຢືມເພື່ອຊື້ເຮືອນ, ປຸກສ້າງເຮືອນ, ສ້ອມແປງເຮືອນ, ຊື້ລົດໃຫຍ່, ໃຫ້ກູ້ຢືມດ້ວຍຄວາມເຊື່ອຖື)

ສາມາດຕອບສະໜອງຕາມຄວາມຕ້ອງການເງິນກູ້​ຊົມໃຊ້ຂອງບຸກຄົນ ຢ່າງສະດວກ ແລະ ງ່າຍດາຍ ກວ່າເກົ່າ

  1. ຄວາມສະດວກຂອງເງິນ​ກູ້

– ຂັ້ນຕອນງ່າຍດາຍ, ວ່ອງໄວ, ສະດວກສະບາຍ.

– ຕອບສະໜອງຄວາມຕ້ອງການຂອງລູກຄ້າຢ່າງທ່ວງທັນ

– ວົງເງິນໃຫ້ກູ້ຢືມສູງສຸດເຖິງ 100% ຂອງຄວາມຕ້ອງການກູ້ຢືມ.

– ຄໍ້າປະກັນດ້ວຍເຮືອນ/ທີ່ດິນ ທີ່ຄາດຄະເນຈະຊື້/ຮັບໂອນກຳ​ມະ​ສິດ, ເຮືອນຈະປຸກສ້າງ ຫຼື ຊັບສິນອື່ນ.

  1. ຈຸດພິເສດຂອງຜະລິດຕະພັນ

– ສະກຸນເງິນໃຫ້ກູ້ຢືມ: ເງິນກີບ, ເງິນໂດລາສະຫະລັດ.

– ກໍານົດເວລາໃຫ້ກູ້ຢືມ: ສູງສຸດ 15 ປີ.

– ວົງເງິນໃຫ້ກູ້ຢືມ: ຢືມ​ໄດ້ເຖິງ 100% ຄວາມຕ້ອງການກູ້ຢືມ.

– ດອກເບ້ຍເງິນກູ້: ປະຕິບັດຕາມອັດຕາດອກເບ້ຍເງິນກູ້ທີ່ SHB Lao ປະ​ກາດ​ນຳ​ໃຊ້ໃນແຕ່ ລະໄລຍະ.

– ວິທີການໃຫ້ກູ້ຢືມ: ໃຫ້ກູ້ຢືມເປັນແຕ່ລະຄັ້ງ.

– ວິທີການຊໍາ​ລະໜີ້: ດອກເບ້ຍຊຳລະໃນແຕ່ລະເດືອນ, ຕົ້ນທຶນຊຳລະເປັນ​ງວດ.

– ຫຼັກ​ຊັບຄໍ້າປະກັນ: ຄ້ຳປະກັນດ້ວຍເຮືອນ/ທີ່ດິນ ທີ່ຄາດຄະເນຈະຊື້/ຮັບໂອນກຳ​ມະ​ສິດ, ເຮືອນຈະປຸກສ້າງ ຫຼື ຊັບສິນອື່ນ.

  1. ເອກະສານກູ້ຢືມເງິນ

– ໜັງສືສະເໜີກູ້ຢືມ (ຕາມແບບຟອມຂອງ SHB Lao).

– ເອກະສານນິຕິກໍາຂອງລູກຄ້າ.

– ເອກະສານຢັ້ງຢືນຄວາມສາມາດຊໍາ​ລະໜີ້.

– ບັນດາເອກະສານສະແດງຈຸດປະສົງນໍາໃຊ້ເງິນ​ກູ້: ສັນຍາຊື້ຂາຍ/ມອບໂອນ, ໃບຕາດິນ ຂອງເຮືອນ, ທີ່ດິນທີ່ຄາດຄະເນຈະຊື້/ຮັບໂອນກຳ​ມະ​ສິດ, ໃບອະນຸຍາດກໍ່ສ້າງ…

– ເອກະສານອື່ນໆ ທີ່ກ່ຽວຂ້ອງ (ຖ້າມີ).