ໜ້າຫຼັກ ບັນດາຄຳຖາມທີ່ມັກພົບເຫັນ

ກູ້ຢືມຊື້ລົດໃຫຍ່

ຜະລິດຕະພັນໃຫ້ກູ້ຢືມ ເພື່ອຊື້ລົດໃຫຍ່ສຳລັບລູກຄ້າວິສາຫະກິດ
Trả lời :

“ທ່ານ​ຈະໄດ້​​ຮັບ​ການ​ຊ່ວຍ​ເຫຼືອ​ໃຫ້​ກູ້​ຢືມ​ທຶນ ເພື່ອ​ເພີ່ມ​ທະ​ວີ​ຄວາມ​ສາ​ມາດ​ໃນ​ການ​​ຜະ​ລິດ​ທຸ​ລະ​ກິດ

ຄຸນລັກສະນະຂອງຜະລິດຕະພັນ:

  • ວິທີການໃຫ້ກູ້ຢືມ: ໃຫ້ກູ້ຢືມ​ຕາມ​ບ້ວງ/ຕາມວົງເງິນສິນເຊື່ອ (ສຳ​ລັບ​ລູກ​ຄ້າ​ວິ​ສາ​ຫະ​ກິດ ຫຼື ຕົວ​ແທນ​ຂາຍ​ລົດ)
  • ໄລ​ຍະ​ໃຫ້​ກູ້​ຢືມ​ສອດ​ຄ່ອງ​ກັບ​ຈຸດ​ປະ​ສົງ​ກູ້​ຢືມທຶນ ແລະ ຫຼັກ​ຊັບ​ຄ້ຳ​ປະ​ກັນ​ຂອງ​ລູກ​ຄ້າ, ກຳນົດເວລາໃຫ້ກູ້ຢືມ: ສູງສຸດ ເຖິງ 84 ເດືອນ.
  • ວິ​ທີ​ການ​ຊຳ​ລະໜີ້: ດອກເບ້ຍຊຳລະໃນແຕ່ລະເດືອນ, ຕົ້ນທຶນ​ຜ່ອນຊຳລະເປັນ​ເດືອນ ຫຼື ​ງວດ..
  • ຫຼັກ​ຊັບ​ຄ້ຳ​ປະ​ກັນ: ຄ້ຳ​ປະ​ກັນ​ດ້ວຍ​ລົດທີ່​ຊື້​ຈາກ​ການ​ກູ້​ຢືມ ຫຼື ຫຼັກ​ຊັບ​ຄ້ຳ​ປະ​ກັນ​ອື່ນໆ.

ຜົນປະໂຫຍດທີ່​ລູກ​ຄ້າໄດ້ຮັບ:

  • ລູກ​ຄ້າ​ຈະ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ ​ເພື່ອເພີ່ມ​ທະ​ວີ​ກຳ​ລັງ​ຄວາມ​ສາ​ມາດ​ໃນ​ການຜະ​ລິດ​ທຸ​ລະ​ກິດ.
  • ​ປະ​ເພດ​ພາ​ຫະ​ນະ​ຂົນ​ສົ່ງ​ໄດ້​ຮັບ​ການ​ພິ​ຈາ​ລະ​ນະ​ສະ​ໜັບ​ສະ​ໜູນ​ທຶນ​ເຊັ່ນ: ລົດ​ເກັ໋ງ, ລົດ​ໂດຍ​ສານ, ລົດ​ກະ​ບະ, ລົດ​ບັນ​ທຸກ, ​ລົດ​ທົ່ວ​ໄປ…
  • ອັດ​ຕາ​ດອກ​ເບ້ຍ​ເໝາະ​ສົມ ແລະ ແຂ່ງ​ຂັນ.

ເປົ້າ​ໝາຍ​ນຳ​ໃຊ້:

  • ທຸກ​​ບໍ​ລິ​ສັດທີ່​ສ້າງ​ຕັ້ງ ແລະ ເຄື່ອນ​ໄຫວ​ຕາມ​ລະ​ບຽບ​ກົດ​ໝາຍ​ຂອງ ສ​ປ​ປ ລາວ ​​ທີ່ມີ​ຄວາມ​ຕ້ອງ​ການ​ຊື້​ລົດ​ໃຫຍ່ ເພື່ອ​ຮັບ​ໃຊ້​ການ​ເຄື່ອນ​ໄຫວ​ຂອງວິ​ສາ​ຫະ​ກິດ.

ເອ​ກະ​ສານ:

  • ເອ​ກະ​ສານກູ້​ຢືມ​ແມ່ນ​ປະ​ກອບຕາມ​ລະ​ບຽບ​ການ​ຂອງ SHB Lao

ບັນຊີ ແລະ ປະຫຍັດ

ເງິນຝາກກະແສລາຍວັນ
Trả lời :

“ບັນ​ຊີ​ເງິນ​ຝາກ​ກະ​ແສ​ລາຍ​ວັນ​ຊ່ວຍ​ໃຫ້​ທ່ານ​ເປັນ​ເຈົ້າ​ການ​ໃນ​ການ​ເຮັດທຸ​ລະ​ກຳ​​ເງິນ​ສົດ​ຂອງ​ທ່ານເອງຢ່າງວ່ອງ​ໄວ ແລະ ສະ​ດວກ”

ເນື້ອ​ໃນ​ຕົ້ນ​ຕໍ​ຂອງຜະລິດຕະພັນ

  • ນຳ​ໃຊ້​ສຳ​ລັບທຸກທ່ານທີ່ເປັນພົນລະເມືອງລາວ ຫຼື ຄົນຕ່າງປະເທດ, ​ ອົງ​ການເສດ​ຖະ​ກິດ​ທີ່​ຕ້ອງ​ການ​ເປີດ​ບັນ​ຊີ​ກະ​ແສ​ລາຍ​ວັນ​ຢູ່ SHB Lao.
  • ປະເພດສະກຸນເງິນຝາກມີ: LAK, USD, THB
  • ທ່ານຈະ​ໄດ້​ຮັບ​ດອກ​ເບ້ຍ​​ເງິນຝາກ​ປະ​ຢັດ ຕາມອັດຕາດອກເບ້ຍທີ່​ SHB Lao ໄດ້ປະ​ກາດ​​​ນຳ​ໃຊ້​ທີ່​ປ່ອງ​ ບໍ​ລິ​ການໃນແຕ່​ລະ​ໄລ​ຍະ.

ຜົນປະໂຫຍດທີ່ລູກຄ້າຈະໄດ້ຮັບ

  • ເຮັດທຸລະກຳເງິນສົດ ຫຼື ບໍ່ແມ່ນເງິນສົດ ໄດ້ຢ່າງວ່ອງໄວດ້ວຍຂັ້ນຕອນທີ່ງ່າຍດາຍ.

ຄຸນລັກສະນະຂອງຜະລິດຕະພັນ:

  • ​ໃຊ້​ເພື່ອຖອນ ຫຼື ມອບເງິນເຂົ້າບັນຊີໄດ້​ທຸກ​ເວ​ລາຕາມ​ຄວາມ​ຕ້ອງ​ການ.
  • ໃຊ້​ເພື່ອ​ໂອນ​ເງິນ, ທຸລະກຳຕ່າງໆ ແລະ ຊຳລະສະ​ສາງ​ໂດຍ​ກົງ​​ທີ່​ປ່ອງ​ບໍ​ລິ​ການ ຫຼື ​ຜ່ານ E-Banking
  • ໄດ້ນຳໃຊ້ບໍລິການຕ່າງໆຂອງບັນຊີຢ່າງສະດວກຜ່ານ E-Banking
  • ທ່ານ​ຕ້ອງ​ເສຍ​​ພັນ​ທະອາ​ກອນ​ລາຍ​ຮັບ​ ແລະ ອາ​ກອນ​ປະ​ເພດ​ອື່ນໆ (ຖ້າ​ມີ) ຕາມ​ລະ​ບຽບ​ກົດ​ໝາຍ​ຂອງ​ ສ​ປ​ປ ລາວ

ເອ​ກະ​ສານ​:

  • ຝາກເງິນ: ໃຫ້ທ່ານແຈ້ງເອກະສານຢັ້ງຢືນຕົນທີ່​ຍັງ​ມີ​ຜົນ​ສັກ​ສິດ​ນຳ​ໃຊ້ເຊັ່ນ: ​ບັດປະຈຳຕົວ, ໜັງ​ສື​ຜ່ານ​ແດນ,… (ສຳ​ລັບ​​ລູກ​ຄ້າ​ເປັນ​ຄົນ​ລາວ) ຫຼື ໜັງ​ສື​ຜ່ານ​ແດນຄັດ​ຕິດ​ວີ​ຊາ​ເຂົ້າ​ເມືອງ ຫຼື ເອ​ກະ​ສານຢັ້ງ​ຢືນໄດ້ ຮັບຍົກ​ເວັ້ນວີ​ຊາ (ສຳ​ລັບ​​ລູກ​ຄ້າ​ເປັນ​ຄົນ​ຕ່າງ​ປະ​ເທດ) ແລະ ປ້ອນ​ຂໍ້​ມູນ​ໃສ່ໃບ​ຝາກ​ເງິນ​ຂອງ SHB Lao ໃຫ້​ຄົບ​ຖ້ວນ, ຕື່ມລາຍລະອຽດໃສ່ໃບມອບເງິນ ແລະ ມອບເງິນ.
  • ຖອນເງິນ: ໃຫ້ທ່ານແຈ້ງເອກະສານຢັ້ງຢືນຕົນ (ບັດປະຈຳຕົວ/ໜັງ​ສື​ຜ່ານ​ແດນ) ທີ່​ຍັງ​ມີ​ຜົນ​ສັກ​ສິດ​ນຳ​ໃຊ້ ແລະ ປ້ອນ​ຂໍ້​ມູນ​ໃສ່ໃບ​​ຖອນ​ເງິນ​ໃຫ້​ຄົບ​ຖ້ວນ. ລາຍ​ເຊັນ​ໃນ​ໃບ​ຖອນ​ເງິນ​ຕ້ອງ​ຄື​ກັນ​ກັບ​ລາຍ​ເຊັນ​ທີ່​ລົງ​ທະ​ບຽນ ​ຕອນ​ຝາກ​ເງິນ​ຢູ່ SHB Lao​.

 

ບໍລິການ E-banking

ບໍລິການເອເລັກໂຕນິກສຳລັບລູກຄ້ານິຕິບຸກຄົນ
Trả lời :

ບໍ່ເສຍຄ່າທຳນຽມ:

  • ລົງທະບຽນເປີດບັນຊີ
  • ລົງທະບຽນນຳໃຊ້ບໍລິການ Internet Banking
  • ກວດຍອດເງິນທີ່ເຫຼືອໃນບັນຊີຜ່ານ Internet Banking
  • ຮັບບັນຊີສຳຮອງແຕ່ລະໄລຍະໂດຍຜ່ານ email ທີ່ໄດ້ລົງທະບຽນ
  • ໂອນເງິນຜ່ານບັນຊີພາຍໃນລະບົບ SHB Lao
  • ບໍລິການໃຫ້ຄຳປຶກສາທາງດ້ານການເງິນແກ່ລູກຄ້າ ( ກູ້ຢືມເງິນ, ຊຳລະສະສາງສາກົນ, ໜັງສືສິນເຊື່ອ).

ໂດຍນຳໃຊ້ບໍລິການ Ebanking ສຳລັບລູກຄ້ານິຕິບຸກຄົນ, ລູກຄ້າຈະໄດ້ຮັບຫຼາກຫຼາຍສິດທິພິເສດ ແລະ ເຮັດທຸລະກຳຜ່ານບັນຊີທີ່ໄດ້ລົງທະບຽນບໍລິການ Internet banking ຂອງ SHB Lao  ໄດ້ຢ່າງວ່ອງໄວກະທັດຫັດ.

  • ທຸລະກຳມີຄວາມປອດໄພ, ການຢືນຢັນທຸລະກຳຜ່ານຂໍ້ຄວາມ ແລະ ບັດ eSecure ທີ່ມີລະດັບ ຄວາມປອດໄພສູງ.
  • ວົງເງິນໃນການໂອນເງິນຜ່ານບັນຊີມີຫຼາຍລະດັບ ລູກຄ້າສາມາດເລືອກວົງເງິນໄດ້ຕາມຄວາມຕ້ອງ ການທີ່ແທດເໝາະກັບທຸລະກິດຂອງຕົນ.
  • ລູກຄ້າສາມາດຕັ້ງຄ່າສ່ວນຕົວ ພາບພື້ນຫຼັງ, ຮູບ Avatar, Logo.
  • ກວດເບິ່ງບັນດາບໍລິການຂອງ SHB Lao ໄດ້ຕາມຄວາມຕ້ອງການ (ອັດຕາແລກປ່ຽນ, ອັດຕາດອກ ເບ້ຍ, ເຄືອຄ່າຍ, ຂໍ້ມູນເພີ່ມເຕີມອື່ນໆ).
  • ກວດເບິ່ງບັນຊີເງິນຝາກ, ບັນຊີເງິນກູ້, ປະຫັວດການເຄື່ອນໄຫວບັນຊີ ແລະ ພີມບັນຊີສຳຮອງ ຂອງບັນຊີ .

ຕິດຕໍ່ພົວພັນໄດ້ທີ່ປ່ອງບໍລິການ SHB Lao  ເພື່ອຮັບການແນະນຳກ່ຽວກັບ ການລົງທະບຽນບໍລິການ ແລະ ການເຮັດທຸລະກຳຕາມຄວາມຕ້ອງການຂອງລູກຄ້າ.

SHB  Lao Internet Banking
Trả lời :

SHB  Lao Internet Banking ແມ່ນລະບົບທະນາຄານເອ​ເລັກ​ໂທ​ຣ​ນິກ ຊ່ວຍໃຫ້ທ່ານສະດວກສະບາຍ ໃນການເຮັດທຸລະກຳຜ່ານບັນ​ຊີ​ຂອງ​ຕົນໄດ້ທຸກບ່ອນ, ທຸກເວລາ.

 ເນື້ອ​ໃນ​ຕົ້ນ​ຕໍ​ຂອງ​ຜະ​ລິດ​ຕະ​ພັນ

  • ​ສຳ​ລັບ​​ບຸກ​ຄົນ​ທີ່​ມີບັນຊີເງິນຝາກກະແສລາຍວັນທີ່ເປີດຢູ່ SHB Lao.
  • ​ທ່ານຕ້ອງມີບັນຊີກະແສລາຍວັນຢູ່ SHB Lao
  • ສະ​ກຸນ​ເງິນ​ທີ່ໃຊ້​ເຮັດ​ທຸ​ລະ​ກຳ: ກີບ
  • ທ່ານລົງທະບຽນບໍລິການແຈ້ງຍອດເງິນໃນບັນຊີເງິນຝາກກະແສລາຍວັນຜ່ານ SMS/eMail ຂອງ SHB Lao
  • ທ່ານປະຕິບັດໂອນເງິນຜ່ານ Internet Banking ດ້ວຍ​ວິ​ທີຢືນຢັນ eSecure

 ​ຜົນປະ​ໂຫຍດ:

  • ແຈ້ງຍອດເງິນໃນບັນຊີເງິນຝາກປະແສນລາຍວັນຜ່ານ SMS/eMail
  • ຄົ້ນ​ຫາ​ຂໍ້​ມູນ​ກ່ຽວ​ກັບ​ບັນ​ຊີ​ກະ​ແສ​ລາຍ​ວັນ, ບັນ​ຊີ​ປະ​ຢັດ, ບັນ​ຊີ​ເງິນ​ກູ້​ຢ່າງວ່ອງ​ໄວ.
  • ໂອນ​ເງິນ​ລະຫວ່າງບັນຊີຂອງທ່ານເອງ ຫຼື ໂອນໄປບັນຊີອື່ນຢ່າງສະດວກ.
  • ຄົ້ນ​ຫາ​ອັດ​ຕາ​ແລກ​ປ່ຽນ, ອັດຕາດອກ​ເບ້ຍ ຊ່ວຍໃຫ້ທ່ານຄົ້ນຫາອັດຕາດອກເບ້ຍ ແລະ ອັດຕາ ແລກປ່ຽນຂອງແຕ່ລະສະກຸນເງິນໃນເວລາປະຈຸບັນ.
  • ຄົ້ນ​ຫາ​ຈຸດ​ບໍ​ລິ​ການ​ຂອງ SHB Lao ຊ່ວຍ​ໃຫ້​ທ່ານ​ຊອ​ກ​ຫາ​ຈຸດ​ບໍ​ລິ​ການ​​ທີ່​ໃກ້​ສຸດ​ຂອງ SHB Lao
  • ບັນ​ຊີ​ລາຍ​ຊື່​ຜູ້​ໄດ້​ຮັບ: ​ອະ​ນຸ​ຍາດ​​ໃຫ້ທ່ານ​ອັບ​ເດດລາຍ​ຊື່​ບັນ​ຊີ​ທີ່​ໄດ້​ຮັບ​ໃນ​ລະ​ບົບ SHB Lao
  • ຄ່າທຳ​ນຽມ​ຕ່ຳ​.

ສິນເຊືອເພື່ອຊົມໃຊ້

ສິນເຊື່ອເພື່ອທຸລະກິດ

ສິນເຊື່ອເພື່ອອະສັງຫາລິມາຊັບ

ແພັກເກັດພິເສດ ແລະ ບໍລິການ

ໜັງສືສິນເຊື່ອຂາເຂົ້າ (L/C ຂາເຂົ້າ)
Trả lời :

ຄຸນ​ລັກ​ສະ​ນະ​ຂອງ​ຜະ​ລິດ​ຕະ​ພັນ:

  • ລູກ​ຄ້າ​ເປົ້າ​ໝາຍ: ຜູ້​ນຳ​ເຂົ້າ, ຊື້​ສິນ​ຄ້າ​ຕາມ L/C
  • SHB Lao ​ເປີດ L/C ແລະ ໃຫ້ຄຳ​ໝັ້ນ​ສັນ​ຍາ​ຊຳ​ລະ​ເມື່ອ​ລູກ​ຄ້າແຈ້ງ​ຊຸດ​ເອ​ກະ​ສານ​​ທີ່ສອດ​ຄ່ອງ​ກັບ​ເງື່ອນ​ໄຂ​ຂອງ L/C.
  • ເວ​ລາ​ແຈ້ງ​ຊຸດ​ເອ​ກະ​ສານ​ເພື່ອ​ໄດ້​ຮັບ​ການ​ຊຳ​ລະ: ໃນ​ເວ​ລາ L/C ຍັງ​ມີ​ຜົນ​ສັກ​ສິດ.

ຜົນ​ປະ​ໂຫຍດ​ທີ່​ລູກ​ຄ້າ​ໄດ້​ຮັບ:

  • ແມ່ນ​ວິ​ທີ​ການ​ຊຳ​ລະ​ທີ່ປອດ​ໄພ, ມີ​ປະ​ສິດ​ທິ​ຜົນ ແລະ ຫຼຸດ​ຜ່ອນ​ຄວາມ​ສ່ຽງ​ໃຫ້​ແກ່​ລູກ​ຄ້າ.
  • ໄດ້​ຮັບ​ຄຳ​ແນະ​ນຳ​ຈາກ SHB ກ່ຽວ​ກັບ​ມາດ​ຕາ ແລະ ເງື່ອນ​ໄຂ​ເປີດ L/C.
  • ​ທຸ​ລະ​ກຳ​ໄດ້​ດຳ​ເນີນ​ຢ່າງວ່ອງ​ໄວ ແລະ ສະ​ດວກ.
  • ຄ່າ​ທຳ​ນຽມ​ແຂ່ງ​ຂັນ.
  • ຖັນ​ແຖວ​ພະ​ນັກ​ງານມີຄວາມຊຳນານ, ຫ້າວຫັນ.

ເປົ້າ​ໝາຍ​ນຳ​ໃຊ້:

  • ລູກ​ຄ້າ​ເປັນວິ​ສາ​ຫະ​ກິດ​ນຳ​ເຂົ້​າ​ສິນ​ຄ້າ, ຕອບ​ສະ​ໜອງ​​ເງື່ອນ​ໄຂ​ຕາມ​ທີ່ກຳ​ນົດ​ຂອງ​ຜະ​ລິດ​ຕະ​ພັນໜັງ​ສື​ສິນ​ເຊື່ອ​ຂາ​ເຂົ້າ.

ເອ​ກະ​ສານ:

  • ເອ​ກະ​ສານ​ກູ້​ຢືມ​ທຶນ​ຕາມ​ລະ​ບຽບ​ການ​ຂອງ SHB L
  • ​ໃບ​ສະ​ເໜີເປີດ L/C.
  • ເອ​ກະ​ສານ​ເປີດ L/C: ໃບສະເໜີເປີດໜັງສືສິນເຊື່ອ, ສັນຍາຊື້ຂາຍ​ການ​ຄ້າ​ຕ່າງ​ປະ​ເທດ, ເອກະສານຢັ້ງຢືນແຫຼ່ງ ຊຳລະ (ທຶນສ່ວນຕົວ ຫຼື ທຶນກູ້ຢືມ).
  • ສຳ​ລັບ L/C ​ໄດ້​ເປີດ​ດ້ວຍ​ທຶນ​ກູ້​ຢືມ: ​ທ່ານ​ຕ້ອງ​ປະ​ກອບ​ເອ​ກະ​ສານ​ຂໍ​ເປີດ L/C ເຊັ່ນ: ໃບ​ສະ​ເໜີ​ກູ້​ຢືມທຶນ, ສັນ​ຍາ​ເສດ​ຖະ​ກິດ ຫຼື ຮູບ​ການ​ຜະ​ລິດ, ທຸ​ລະ​ກິດ​ສິນ​ຄ້າ​ນຳ​ເຂົ້າ…
ສະໜັບສະໜູນການຂາອອກໂດຍຄ້ຳປະກັນດ້ວຍແຫຼ່ງລາຍຮັບ
Trả lời :

ຄຸນ​ລັກ​ສະ​ນະ​ຂອງ​ຜະ​ລິດ​ຕະ​ພັນ:

  • ສະ​ໜັບ​ສະ​ໜູນ​ການ​​ຂາອອກ​ຢ່າງ​ຄົບ​ຊຸດ​ແມ່ນ​ຮູບ​ການ​ສະ​ໜອງ​ສິນ​ເຊື່ອ​ໃນ​ທຸກ​ໄລ​ຍະ​ຂອງ​​ທຸ​ລະ​ກຳຂາ​ອອກ​ຈາກ​ເວ​ລາ​ທີ່​ຊື້, ​ກະ​ກຽມ​ປັດ​ໄຈ​ສົ້ນ​ເຂົ້າ, ປຸງ​ແຕ່ງ, ຜະ​ລິດ ແລະ ມອບ​ສິນ​ຄ້າ​ຈົນ​ຮອດ​​ເວ​ລາ​ໄດ້​ຮັບ​ເງິນ. ພ້ອມ​ທັງ, SHB ​ຈະແນະ​ນຳ​ ບໍ​ລິ​ການ​ປະ​ກັນ​ໄພ, ບໍ​ລິ​ການມອບ​ຮັບ​ສຳ​ລັບ​ວິ​ສ​າ​ຫະ​ກິດ​ທີ່​ມີ​ຄວາມ​ຕ້ອງ​ການ.
  • ໄລ​ຍະ​ໃຫ້​ກູ້​ຢື​ມ: ສູງ​ສຸດ​ບໍ່​ເກີນ 12 ເດືອນ.
  • ອັດ​ຕາ​ໃຫ້​ກູ້​ຢືມ​ສູງ​ສຸດ​ເຖິງ 90% ມູນ​ຄ່າ​ສັນ​ຍາ​ການ​ຄ້າ​ຕ່າງ​ປະ​ເທດ.

ຜົນປະໂຫຍດທີ່ລູກ​ຄ້າໄດ້ຮັບ:    

  • ຕອບ​ສະ​​ໜອງ​ຄວາມ​ຕ້ອງ​ການ​ທຶນ​ໝູນ​ວຽນ​ໄລ​ຍະ​ສັ້ນ, ຊ່ວຍ​ໃຫ້​ລູກ​ຄ້າ​ດຳ​ເນີນ​ການ​ສົ່ງ​ອອກ​ສິນ​ຄ້າ​ຢ່າງ​ທັນ​ເວ​ລາ. ລູກ​ຄ້າ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ນັບ​​ຈາກ​ເວ​ລາ​ທີ່​ຊື້, ປຸງ​ແຕ່ງ, ຜະ​ລິດ​ສິນ​ຄ້າ… ຈົນ​​ຮອດເມື່ອ​ສິນ​ຄ້າ​ຖືກ​ສົ່ງ​ອອກ.
  • ຂັ້ນ​ຕອນ​ປະ​ກອບ​ເອ​ກະ​ສານ​ກູ້​ຢືມ​ທຶນ​ງ່າຍ​ດາຍ ແລະ ​​ເວ​ລາແກ້​ໄຂ​ເອ​ກະ​ສານ​ວ່ອງໄວ ແລະ ຖື​ກຕ້ອງ​ຕາມ​ຄວາມ​ຄືບ​ໜ້າ​ທີ່​ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ກັບ​ລູກ​ຄ້າ.
  • ລູກ​ຄ້າ​​ຈະໄດ້​ຮັບ​ຄຳ​ປຶກ​ສາກ່ຽວ​ກັບ​ບໍ​ລິ​ການມອບ​ຮັບ ແລະ ປະ​ກັນ​ໄພ​ຈາກ​ຄູ່​ຮ່ວມ​ທຸ​ລະ​ກິດຂອງ SHB Lao.

ເປົ້າ​ໝາຍ​ນຳ​ໃຊ້:

  • ແມ່ນ​ວິ​ສາ​ຫະ​ກິດ​​ເຄື່ອນ​ໄຫວ​ໃນ​ຂົງ​ເຂດ​ຜະ​ລິດ, ທຸ​ລະ​ກິດ​ສິນ​ຄ້າ​ສົ່ງ​ອອກທີ່​ມີ​ຄວາມ​ຕ້ອງ​ການ​ກູ້​ຢືມ​ທຶນ​ຈາກ SHB Lao.

ເອ​ກະ​ສານ:

  • ເອ​ກະ​ສານ​​ຕາມ​ລະ​ບຽບ​ການ​ຂອງ SHB Lao
ຮັບຊື້ຫຼຸດເອກະສານຂາອອກຕາມຮູບແບບ L/C
Trả lời :

ຄຸນ​ລັກ​ສະ​ນະ​ຂອງ​ຜະ​ລິດ​ຕະ​ພັນ:

  • ຊື້ຫຼຸດ​ເອ​ກະ​ສານ​ຂາ​ອອກ​ຕາມ​ຮູບ​ແບບ L/C ແມ່ນ​ການ SHB Lao ຈະ​ເບີກ​ເງິນ​ລ່ວງ​ໜ້າສົ່ງ​ອອກ​ສິນ​ຄ້າ​ໃຫ້​​ແກ່​ລູກ​ຄ້າ​ໃນ​ເວ​ລາ​ລໍຖ້າ​ຊຳ​ລະ/ຊຳ​ລະເປັນ​ງວດ​ຈາກ​ຄູ່​ຮ່ວມ​ທຸ​ລະ​ກິດ​​ນຳ​ເຂົ້າ, ຈາກນັ້ນ​ຊ່ວຍໃຫ້​ລູກ​ຄ້າ​ຮຽກ​ເກັບ​ທຶນ​ຄືນ​ໂດຍ​ໄວ, ປັບ​ປຸງ​​ການ​ໝູນ​ວຽນ​ຂອງ​ທຶນ ແລະ ຊ່ວຍ​ນຳ​ໃຊ້​ທຶນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ກ່​ວາ​ເກົ່າ.

ຜົນປະໂຫຍດທີ່ລູກ​ຄ້າໄດ້ຮັບ:   

  • ຕອບ​ສະ​​ໜອງ​ຄວາມ​ຕ້ອງ​ການ​ທຶນ​ໃຫ້​ແກ່​ລູກ​ຄ້າ​ຢ່າງ​ທັນ​ທີພາຍຫຼັງ​ມອບ​ສິນ​ຄ້າ.
  • ອັດ​ຕາຊື້ຫຼຸດ​ຂຶ້ນ​ເຖິງ 100% ມູນ​ຄ່າ​​ເອ​ກະ​ສານ​ແລກ​ປ່ຽນ.
  • ໄລ​ຍະ​ກູ້​ຢືມ​ເໝາະ​ສົມ.
  • ໄດ້​ຮັບ​ຄຳ​ແນະ​ນຳ​ຈາກ​ທະ​ນາ​ຄານ ໂດຍ​ບໍ່​ເສຍ​ຄ່າ​ທຳ​ນຽມກ່ຽວ​ກັບ​ການ​ປະ​ກອບ​ຊຸດ​ເອ​ກະ​ສານ.
  • ແກ້​ໄຂ​ເອ​ກະ​ສານ​ຢ່າງວ່ອງ​ໄວ.
  • ໄດ້​ຮັບ​ອັດ​ຕາ​ດອກ​ເບ້ຍ​ຊື້ຫຼຸດ​ຕ່ຳ​ກ່​ວາ​ອັດ​ຕາ​ດອກ​ເບ້ຍ​ໃຫ້​ກູ້​ຢືມ​ປົກ​ກະ​ຕິ.
  • ນຳ​ໃຊ້​ຄ່າ​ທຳ​ນຽມ​ຊຳ​ລະ​ສະ​ສາງ​ສາ​ກົນ ແລະ ​ພາຍ​ໃນ​ປະ​ເທດ​​ດ້ວຍ​ອັດ​ຕາ​ບຸ​ລິ​ມະ​ສິດ.

ເປົ້າ​ໝາຍ​ນຳ​ໃຊ້:

  • ລູກ​ຄ້າ​ແມ່ນ​ວິ​ສາ​ຫະ​ກິດ​ສົ່ງ​ອອກ​ສິນ​ຄ້າ, ​ຕອບ​ສະ​ໜອງ​ເງື່ອນ​ໄຂ​ຕາມ​ທີ່ນຳ​ນົດ​ຂອງ​ຜະ​ລິດ​ຕະ​ພັນ, ​ແມ່ນຜູ້​ໄດ້​ຮັບ​ຜົນ​ ປະ​ໂຫຍດ ແລະ ມີ​ຄວາມ​ຕ້ອງ​ການຊື້ຫຼຸດ​ເອ​ກະ​ສານ​ຂາ​ອອກ​ຕາມ​ຮູບ​ແບບ L/C.

ເອ​ກະ​ສານ:

  • ເອ​ກະ​ສານ​ນິ​ຕິ​ກຳ​ຂອງ​ລູກ​ຄ້າ.
  • ເອ​ກະ​ສານ​​ທາງ​ການ​ເງິນ​ຂອງ​ລູກ​ຄ້າ.
  • ໃບ​ສະ​ເໜີ​ຊຳ​ລະ​ເອ​ກະ​ສານ​ຮຽກ​ເກັບ.
  • ຊຸດ​ເອ​ກະ​ສານ​ສະ​ເໜີ.
  • ເອ​ກະ​ສານ​ແລກ​ປ່ຽນທີ່ໄດ້​ຮັບ​ການ​ຮັບ​ຮອງຊຳ​ລະ​ຈາກ​ລູກ​ຄ້າ (ຮຽກ​ເກັບ​ເປັນ​ງວດ).
ຮັບຊື້ຫຼຸດເອກະສານຂາອອກຕາມວິທີການຮຽກເກັບ
Trả lời :

ຄຸນ​ລັກ​ສະ​ນະ​ຂອງ​ຜະ​ລິດ​ຕະ​ພັນ:

  • ​ຊື້ຫຼຸດ​ເອ​ກະ​ສານ​ຂາ​ອອກ​ຕາມ​ວິ​ທີ​ການ​ຮຽກ​ເກັບ​​​ແມ່ນ​ການ SHB Lao ຈະ​ເບີກ​ເງິນ​ລ່ວງ​ໜ້າ​ສິນ​ຄ້າ​ສົ່ງ​ອອກ​ຕາມວິ​ທີ​ການ​ຮຽກ​ເກັບ​​ໃຫ້​ແກ່​ລູກ​ຄ້າ​ໃນ​ເວ​ລາ​ລໍ​ຖ້າ​ຊຳ​ລະ​ເປັນ​ງວດ/ຊຳ​ລະ​ຈາກຄູ່​ຮ່ວມ​​ນຳ​ເຂົ້າ/ທະ​ນາ​ຄານ​ຕ່າງ​ປະ​ເທດ ເພື່ອ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ທຶນໝູນ​ວຽນ​ໃຫ້​ລູກ​ຄ້າ.
  • ກຳ​ນົດ​ເວ​ລາ​​ຊື້ຫຼຸດ: ຕາມ​ລະ​ບຽບ​​ຂອງ SHB Lao ໃນ​ແຕ່​ລະ​ໄລ​ຍະ.
  • ອັດ​ຕາ​​ຊື້ຫຼຸດ: ຕາມ​ມູນ​ຄ່າ​​ຕ້ອງ​ເກັບ.

ຜົນປະໂຫຍດທີ່ລູກ​ຄ້າໄດ້ຮັບ: 

  • ຕອບ​ສະ​​ໜອງ​ຄວາມ​ຕ້ອງ​ການ​ທຶນ​ໃຫ້​ແກ່​ລູກ​ຄ້າຢ່າງ​ທັນ​ທີຫຼັງ​ຈາກມອບ​ສິນ​ຄ້າ.
  • ຊ່ວຍ​ໃຫ້​ການ​ໝູນ​ທຶນ​ໄດ້​ວ່ອງ​ໄວ ແລະ ນຳ​ໃຊ້​ທຶນ​ຢ່າງ​ມີ​ປະ​ສິດ​ທິ​​ຜົນ​ກ່​ວາ​ເກົ່າ.
  • ມີ​ຄວາມ​ປອດ​ໄພເມື່ອ​ເຮັດ​ທຸ​ລະ​ກຳ​ກັບ​ຄູ່​ຮ່ວມ​ມື​ຕ່າງ​ປະ​ເທດ ແລະ ເມື່ອຮຽກ​ເກັບ​ເງິນ.
  • ໄລ​ຍະ​ກູ້​ຢືມ​ເໝາະ​ສົມ.
  • ໄດ້​ຮັບ​ຄຳ​ປຶ​ກ​ສາ​ໂດຍ​ບໍ່​ເສຍ​ຄ່າ​ທຳ​ນຽມ.
  • ແກ້​ໄຂ​​ເອ​ກະ​ສານ​ຢ່າງວ່ອງ​ໄວ.

ເປົ້າ​ໝາຍ​ນຳ​ໃຊ້:

  • ລູກ​ຄ້າ​​​ແມ່ນວິ​ສາ​ຫະ​ກິດ​ສົ່ງ​ອອກ​ສິນ​ຄ້າ, ຕອບ​ສະ​ໜອງ​​ເງື່ອນ​ໄຂ​ຕາມ​ທີ່​ກຳ​ນົດ​ຂອງ​ຜະ​ລິດ​ຕະ​ພັນ, ແມ່ນ​ຜູ້​ໄດ້​ຮັບຜົນ​ປະ​ໂຫຍດ​ ແລະ ມີ​ຄວາມ​ຕ້ອງ​ການ​​ຊື້ຫຼຸດ​ເອ​ກະ​ສານ​ຂາ​ອອກ​ຕາມ​ວິ​ທີ​ການ​ຊຳ​ລະ​ຮຽກ​ເກັບ.

ເອ​ກະ​ສານ:

  • ເອ​ກະ​ສານ​ນິ​ຕິ​ກຳ​ຂອງ​ລູກ​ຄ້າ.
  • ເອ​ກະ​ສານ​ດ້ານ​ການ​ເງິນ​ຂອງ​ລູກ​ຄ້າ.
  • ໃບ​ສະ​ເໜີ​ຊື້ຫຼຸດ.
  • ຊຸດ​ເອ​ກະ​ສານ​ສົ່ງ​ອອກ​​ຕົ້ນສະ​ບັບຄັດ​ຕິດເອ​ກະ​ສານ​ແລກ​ປ່ຽນ​ຮຽກ​ເກັບ​ໜີ້​ຕົ້ນ​ສະ​ບັບ​ຢ່າງ​ຄົບ​ຖ້ວນ.
  • ສັນ​ຍາ​ການ​ຄ້າ​ຕ່າງ​ປະ​ເທດ.
  • ​ໃບ​ສະ​ເໜີສົ່ງ​​ຊຸດເອ​ກະ​ສານ​ຮຽກ​ເກັບ.
  • ສັນ​ຍາ​ມອບ​ສິດ (ກໍ​ລະ​ນີ​ສົ່ງ​ອອກ​ທີ່​ມີ​ການມອບ​ສິດ).
  • ໃບ​ອະ​ນຸ​ຍາດ​ສົ່ງ​ອອກ/ໂກ​ຕາ (ຖ້າ​ສິນ​ຄ້າ​ຈຳເປັນຕ້ອງ​ມີ​ໃບ​ອະ​ນຸ​ຍາດ).
ຊຳລະສຳລັບການຂາອອກ
Trả lời :

ຄຸນ​ລັກ​ສະ​ນະ​ຂອງ​ຜະ​ລິດ​ຕະ​ພັນ:

ວິ​ສາ​ຫະ​ກິດ (ຝ່າຍ​ຂາຍ) ໄດ້ SHB Lao ສະ​ໜອງ​ສິນ​ເຊື່ອ​ໂດຍຜ່ານ​ການ​ຊື້​ຄືນ​​ບ້ວງ​ຕ້ອງ​ຮັບ​​ທີ່ເກີດ​ຂຶ້ນ​ຈາກ​ການ​ຂາຍ​ສິນ​ຄ້າ ​ຊຶ່ງ​ໄດ້​ຝ່າຍ​ຂາຍ ແລະ ຝ່າຍ​ຊື້​ສິນ​ຄ້າ​ຕົກ​ລົງ​ກັນ​ໃນ​ສັນ​ຍາ​ຊື້​ຂາຍ.

ຜົນປະໂຫຍດທີ່ລູກ​ຄ້າໄດ້ຮັບ:

  • ປັງ​ປຸງ​ກະ​ແສ​ເງິນ, ເພີ່ມ​ຄວາມ​ສາ​ມາດ​ດ້ານ​ສະ​ພາບ​​ຄ່ອງ.
  • ເພີ່ມ​ລາຍ​ຮັບ​ທຸ​ລະ​ກິດ​ໂດຍ​ນຳ​ໃຊ້​ນະ​ໂຍ​ບາຍ​ຂາຍ​ສິນ​ຄ້າ​ຈ່າຍ​​ເປັນ​ງວດ.
  • ຫຼຸດ​ຜ່ອນ​ຄ່າ​ບໍ​ລິ​ຫານ, ຄຸ້ມ​ຄອງ​ໜີ້​ສາ​ທາ​ລະ​ນະ.
  • ມີ​ແຫຼ່ງ​ທຶນ​ໃໝ່ ໂດຍ​ບໍ່ຂຶ້ນ​ກັບ​ບ້ວງ​ເງິນ​ກູ້​ຂອງ​ທະ​ນາ​ຄານ, ບໍ່​ຮຽກ​ຮ້ອງ​ຕ້ອງ​ມີຫຼັກ​ຊັບຄ້ຳ​ປະ​ກັນ.
  • ສະ​ໜັບ​ສະ​ໜູນ​ທຶນ​ໃນ​ອັດ​ຕາ​ສະ​ໜັບ​ສະ​ໜູນ​ສູງ, ອັດ​ຕາ​ດອກ​ເບ້ຍ​​ບຸ​ລິ​ມະ​ສິດ.
  • ຊ່ວຍ​ເຫຼືອ​​ຄຸ້ມ​ຄອງ​ບ້ວງ​ເງິນ​ຕ້ອງ​​ຮັບ ແລະ ຄຸ້ມ​ຄອງ​ກະ​ແສ​ເງິນ​ຢ່າງ​ມີ​ປະ​ສິດ​ທິ​​ຜົນ.

ເປົ້າ​ໝາຍ​ນຳ​ໃຊ້:

  • ລູກ​ຄ້າ​ແມ່ນວິ​ສາ​ຫະ​ກິດ​ສົ່ງ​ອອກ​ສິນ​ຄ້າ​ຕາມ​ສັນ​ຍາ​ຊື້​ຂາຍ​ ໂດຍ​ນຳ​ໃຊ້​ວິ​ທີ​ການ​ຊຳ​ລະ​ເປັນ​ງວດ ແລະ ໄດ້​ຮັບ​ເງິນ​ຈາກບັນ​ຊີ​ຕ້ອງ​ຮັບ​ທີ່ເກີດ​ຂຶ້ນ​ຈາກ​ການ​ຂາຍ​ສິນ​ຄ້າ.

ເອ​ກະ​ສານ:

  • ເອ​ກະ​ສານ​ນິ​ຕິ​ກຳ​ຂອງ​ລູກ​ຄ້າ.
  • ເອ​ກະ​ສານ​​ການ​ເງິນ​ຂອງ​ລູກ​ຄ້າ.
  • ໃບ​ສະ​ເໜີ​ຕາມແບບ​ຟອມ.
  • ສັນ​ຍາ​ການ​ຄ້າ​ຕ່າງ​ປະ​ເທດ.
  • ຊຸດເອ​ກະ​ສານ​ສົ່ງ​ອອກສິນ​ຄ້າ.
ຮັບເງິນໂອນມາຈາກຕ່າງປະເທດ
Trả lời :

ຄຸນ​ລັກ​ສະ​ນະ​ຂອງ​ຜະ​ລິດ​ຕະ​ພັນ:

  • ຈຸດ​ປະ​ສົງ: ເພື່ອ​ຮັບ​ເງິນ​ສິນ​ຄ້າ​ສົ່ງ​ອອກ…

ຜົນປະໂຫຍດທີ່​ລູກ​ຄ້າໄດ້ຮັບ:

  • ໄດ້ຮັບ​ເງິນ​​ຢ່າງວ່ອງ​ໄວ​, ປອດ​ໄພ, ຄ່າ​ທຳ​ນຽມ​ຕ່ຳ.
  • ສາ​ມາດ​ຮັບ​ເງິນ​ທີ່​ທຸກ​ຈຸດບໍ​ລິ​ການ​ຂອງ SHB Lao ໃນ ສ​ປ​ປ ລາວ.

ເປົ້າ​ໝາຍ​ນຳ​ໃຊ້:

  • ລູກ​ຄ້າ​​ແມ່ນວິ​ສາ​ຫະ​ກິດ​ທີ່​ມີ​ຄວາມ​ຕ້ອງ​ການ​ຮັບ​ເງິນໂອນ​ມາ​ຈາກ​ຕ່າງ​ປະ​ເທດ,….ເໝາະ​ສົມ​ກັບ​ລະ​ບຽບ​​ການ​ຄຸ້ມ​ຄອງ​ເງິນຕາ​ຕ່າງ​ປະ​ເທດ ແລະ ລະ​ບຽບ​ອື່ນໆ​ຂອງ​ກົດ​ໝາຍ.

ເອ​ກະ​ສານ

  • ເອ​ກະ​ສານ​ຕາມ​ລະ​ບຽບ​ການ​ຂອງ SHB
ໃຫ້ຄຳໝັ້ນສັນຍາຈະຊັບຊ້ອນການເງິນ
Trả lời :

ຊ່ວຍລູກຄ້າໃນກໍລະນີທີ່ຈຳເປັນຕ້ອງໃຫ້ຄຳໝັ້ນສັນຍາຈະຊັບຊ້ອນການເງິນ/ ໄດ້​ຮັບ​ການ​ສະໜັບສະໜູນ ແຫຼ່ງທຶນ.

  • ເປັນວຽກທີ່ SHB Lao ອອກ​ໜັງ​ສື​ໃຫ້ຄຳໝັ້ນສັນຍາຈະຊັບຊ້ອນການເງິນແກ່ລູກຄ້າໃນການ ເຄື່ອນໄຫວປະມູນ, ຂໍໃບອະນຸຍາດລົງທຶນ, ເຂົ້າ​ຮ່ວມລົງທຶນໃນທຸລະກິດຮ່ວມ, ເຊື່ອມຕໍ່ ແລະ ບັນດາຈຸດປະສົງອື່ນທີ່ສອດຄ່ອງຕາມ​ລະ​ບຽບກົດໝາຍ.

ຜົນປະໂຫຍດຕໍ່​ກັບວິສາຫະກິດ

  • ສະໜອງເຄື່ອງມືຊ່ວຍໜູນດ້ານການເງິນ ໃຫ້​ແກ່​ລູກ​ຄ້າດ້ວຍຫຼາຍຮູບແບບ ແລະ ມີ​ໝາກ​ຜົນ​ຕົວ​ຈີງ.
  • ເມື່ອລູກຄ້າຕອບສະໜອງບັນດາເງື່ອນໄຂກູ້ຢືມຢ່າງພຽງພໍ ຈະໄດ້ຮັບບູລິມະສິດໃນການພິຈາລະນາອອກ ສິນເຊື່ອໃນອະນາຄົດ
  • ເອກະສານຂັ້ນຕອນງ່າຍດາຍ, ຄ່າທຳນຽມແຂ່ງຂັນ

ເປົ້າໝາຍລູກຄ້າ

  • ລູກຄ້າເຂົ້າຮ່ວມການປະມູນ ເຊິ່ງໃນເອກະສານປະມູນກຳນົດວ່າຜູ້ປະມູນຕ້ອງມີການໃຫ້ຄຳໝັ້ນສັນຍາຈະ ຊັບຊ້ອນການເງິນ/ໄດ້​ຮັບ​ການ​ສະໜັບສະໜູນແຫຼ່ງທຶນ.
  • ລູກຄ້າຮ່ວມການຂໍໃບອະນຸຍາດລົງທຶນ ເຊິ່ງໃນເອກະສານຮຽກຮ້ອງໃຫ້ມີຄຳໝັ້ນສັນຍາຈະສະໜັບສະໜູນ ທຶນ ເພື່ອປະຕິບັດໂຄງການລົງທຶນທີ່ໄດ້ຮັບຮອງ.
  • ລູກຄ້າຮ່ວມການດຳເນີນທຸລະກິດຮ່ວມ, ເຊື່ອມຕໍ່, ເຊື້ອເຊີນບັນດາຄູ່ຮ່ວມທຸລະກິດລົງທຶນຕ້ອງຢັ້ງຢືນຖານະ ການເງິນເພື່ອປະຕິບັດວິທີການລົງທຶນ/ດຳເນີນທຸລະກິດ
  • ລູກຄ້າມີຈຸດປະສົງອື່ນທີ່ຖືກຕ້ອງຕາມກົດໝາຍ

ຈຸດພິເສດ

  • ສະກຸນເງິນທີ່ໃຫ້ຄຳໝັ້ນສັນຍາຈະຊັບຊ້ອນການເງິນເປັນເງິນກີບ ແລະ ເງິນຕາຕ່າງປະເທດຕ່າງໆ (ໂດຍປະຕິບັດຕາມກົດໝາຍຂອງ ສປປ ລາວ ກ່ຽວກັບການຄຸ້ມຄອງເງິນຕາຕ່າງປະເທດ)
  • ລະດັບການໃຫ້ຄຳໝັ້ນສັນຍາຈະຊັບຊ້ອນການເງິນຕາມຄວາມຕ້ອງການທຶນ ທີ່ຈຳເປັນຕ້ອງຊັບຊ້ອນຂອງ ໂຄງການລົງທຶນ, ຈຳນວນທຶນທີ່ມີຂອງລູກຄ້າ
  • ກຳນົດເວລາຜົນສັກສິດຂອງຄຳໝັ້ນສັນຍາຈະສະໜັບສະໜູນ ແມ່ນອີງຕາມຄວາມຕ້ອງການຂອງລູກຄ້າ ແລະ ເວລາປະຕິບັດການລົງທຶນ

ເອກະສານລົງທະບຽນ

 ເອກະສານຕາມລະ​ບຽບການຂອງ SHB Lao

  • ກະລຸນາຕິດຕໍ່ພົວພັນກັບສາຂາ SHB Lao ທີ່ໃກ້ທີ່ສຸດ ຫຼື ຕິດຕໍ່ພົວພັນກັບຫ້ອງການທຸລະກິດຂອງ SHB Lao ເພື່ອໄດ້ຮັບຄຳປຶກສາ.

 

ຄ້ຳປະກັນການຊຳລະພາສີອາກອນ
Trả lời :

SHB Lao ຄ້ຳປະກັນໃຫ້ແກ່ລູກຄ້າຕໍ່ອົງການພາສີ/ ອາກອນ ກ່ຽວກັບການປະຕິບັດການເສຍພາສີອາ​ກອນ

  • ເປັນຄຳໝັ້ນສັນຍາຂອງ SHB Lao ກັບອົງການພາສີ/ ອາກອນ SHB Lao ຈະປະຕິບັດ ການເສຍພາສີ ອາ​ກອນແທນລູກຄ້າໃນກໍລະນີລູກຄ້າບໍ່ປະຕິບັດ ຫຼື ປະຕິບັດພັນທະຂອງຕົນຢ່າງບໍ່ເຕັມສ່ວນ.

ຜົນປະໂຫຍດຕໍ່​ກັບວິສາຫະກິດ

  • ຄ້ຳປະກັນການຊຳລະພາສີອາກອນ ເພື່ອຮັບໃຊ້ຄວາມຕ້ອງການຊຳລະພາສີອາກອນຊັກຊ້າຂອງບັນດາວິສາ ຫະກິດ ເມື່ອປະຕິບັດການເສຍພາສີອາກອນຂາອອກ/ຂາເຂົ້າ, ພາສີບໍລິໂພກພິເສດ ແລະ ພາສີມູນຄ່າເພິ່ມ ສຳລັບສິນຄ້າຂາອອກ/ຂາເຂົ້າ
  • ຫຼຸດຜ່ອນເວລາເກັບສິນຄ້າຢູ່ອົງການພາສີອາກອນ
  • ລູກຄ້າສາມາດເປັນເຈົ້າການດ້ານແຫຼ່ງທຶນເພື່ອຊຳລະ ແລະ ເວລາປະຕິບັດພັນທະພາສີອາກອນ
  • SHB ໃຫ້ບູລິມະສິດຄ່າທຳ​ນຽມຄໍ້າປະກັນ ແລະ ອັດຕາສ່ວນເງິນມັດຈຳຕໍ່າ ເພື່ອ​ໃຫ້ບັນດາວິສາຫະກິດນຳ​ໃຊ້​ການບໍລິການຄ້ຳປະກັນຢ່າງ​ຄົບ​ຊຸດຢູ່ SHB Lao (ຈາກຂັ້ນຕອນເຂົ້າຮ່ວມປະມູນເຖິງຂັ້ນຕອນຄ້ຳປະກັນ).

 ຈຸດພິເສດ

  • ການຄ້ຳປະກັນຊຳລະພາສີອາກອນ ດ້ວຍ​ຮູບ​ການໜັງ​ສື​ຄ້ຳ​ປະ​ກັນ​ທີ່​ທະ​ນາ​ຄານ​ອອກ​ໃຫ້, ໃນນັ້ນໄດ້ ລະບຸເນື້ອໃນ, ຂອບເຂດ ແລະ ບັນດາເງື່ອນໄຂຂອງການຄ້ຳປະກັນ.

ເອກະສານລົງທະບຽນ

 ເອກະສານຕາມລະ​ບຽບການຂອງ SHB Lao

  • ກະລຸນາຕິດຕໍ່ພົວພັນກັບສາຂາ SHB Lao ທີ່ໃກ້ທີ່ສຸດ ຫຼື ຕິດຕໍ່ພົວພັນກັບຫ້ອງການທຸລະກິດຂອງ SHB Lao ເພື່ອໄດ້ຮັບຄຳປຶກສາ.
ຄ້ຳປະກັນການຮັບປະກັນຄຸນນະພາບຂອງຜະລິດຕະພັນ
Trả lời :

SHB Lao ໃຫ້ຄຳໝັ້ນສັນຍາຈະຮັບເອົາທຸກໆຄວາມຮັບຜິດຊອບຂອງຜູ້ຂາຍ ສຳລັບບັນດາຄຳໝັ້ນສັນ ຍາກ່ຽວກັບຄຸນນະພາບຂອງຜະລິດຕະພັນດັ່ງກ່າວໃນສັນຍາຊື້ຂາຍ

  • SHB Lao ໃຫ້ຄຳໝັ້ນສັນຍາຈະຮັບເອົາທຸກໆຄວາມຮັບຜິດຊອບຂອງຜູ້ຂາຍ ສຳລັບບັນດາຄຳໝັ້ນສັນຍາ ກ່ຽວກັບຄຸນນະພາບຂອງຜະລິດຕະພັນດັ່ງກ່າວໃນສັນຍາຊື້ຂາຍ

ຜົນປະໂຫຍດທີ່ມີແກ່ວິສາຫະກິດ

  • ຊ່ວຍໃຫ້ລູກຄ້າ (ຜູ້ຂາຍ) ສາມາດລົງນາມສັນຍາກັບຜູ້ຊື້ ໃນກໍລະນີຜູ້ຊື້ຕ້ອງການມີການຄໍ້າປະກັນຈາກທະ ນາຄານ
  • ຄ້ຳປະກັນເພື່ອຮັບປະກັນຄຸ້ນນະພາບຂອງຜະລິດຕະພັນຈາກທະນາຄານທີ່ມີຄວາມເຊື່ອຖື ຈະຊ່ວຍເພິ່ມ ຄວາມໄວ້ວາງໃຈຂອງລູກຄ້າຕໍ່ຄູ່ຮ່ວມທຸລະກິດຂອງຕົນ ສິ່ງ​ດັ່ງ​ກ່າວເຮັດໃຫ້ຄວາມຫວັງສຳເລັດຜົນຂອງ ທຸລະກຳຊື້ຂາຍໜັກແໜ້ນກວ່າ.
  • SHB ໃຫ້ບູລິມະສິດຄ່າທຳ​ນຽມຄໍ້າປະກັນ ແລະ ອັດຕາສ່ວນເງິນມັດຈຳຕໍ່າ ເພື່ອ​ໃຫ້ບັນດາວິສາຫະກິດນຳ​ໃຊ້​ການບໍລິການຄ້ຳປະກັນຢ່າງ​ຄົບ​ຊຸດຢູ່ SHB Lao (ຈາກຂັ້ນຕອນເຂົ້າຮ່ວມປະມູນເຖິງຂັ້ນຕອນຄ້ຳປະກັນ).

 ຈຸດພິເສດ

  • ເປັນວຽກ​ທີ່ທະນາຄານອອກຄ້ຳໃຫ້ແກ່ລູກຄ້າ (ຜູ້ຂາຍ) ໃນທຸລະກໍາຊື້ຂາຍໃດໜຶ່ງ.
  • ທະນາຄານໃຫ້ຄຳໝັ້ນສັນຍາຈະຮັບເອົາທຸກໆຄວາມຮັບຜິດຊອບຂອງຜູ້ຂາຍສຳລັບບັນດາຄຳໝັ້ນສັນຍາກ່ຽວກັບຄຸນນະພາບຂອງຜະລິດຕະພັນທີ່ໄດ້ລະບຸໃນສັນຍາຊື້ຂາຍ.
  • ການຄ້ຳປະກັນຮັບປະກັນຄຸນນະພາບຂອງຜະລິດຕະພັນໄດ້ສະແດງອອກ ໃນຮູບແບບໜັງ​ສືຄ້ຳປະ ກັນທີ່ທະນາຄານອອກ​ໃຫ້, ໃນນັ້ນໄດ້ລະບຸເນື້ອໃນ, ຂອບເຂດ ແລະ ບັນດາເງື່ອນໄຂຂອງການຄ້ຳປະ ກັນ.

ເອກະສານລົງທະບຽນ

 ເອກະສານຕາມ​ລະ​ບຽບການຂອງ SHB Lao

  • ກະລຸນາຕິດຕໍ່ພົວພັນກັບສາຂາ SHB Lao ທີ່ໃກ້ທີ່ສຸດ ຫຼື ຕິດຕໍ່ພົວພັນກັບຫ້ອງການທຸລະກິດຂອງ SHB Lao ເພື່ອໄດ້ຮັບຄຳປຶກສາ.
ຄ້ຳປະກັນການຊຳລະ
Trả lời :

SHB ຄ້ຳປະກັນໃຫ້ລູກຄ້າໃນການໃຫ້ຄຳໝັ້ນສັນຍາຈະຊຳລະຄົບໃຫ້ແກ່ຜູ້ຂາຍຢ່າງຖືກຕ້ອງຕາມກຳນົດເວ ລາ

  • ເປັນວຽກ​ທີ່ທະນາຄານອອກຄ້ຳປະ​ກັນໃຫ້ລູກຄ້າໃນການໃຫ້ຄຳໝັ້ນສັນຍາຈະຊຳລະຄົບໃຫ້ຜູ້ຂາຍຢ່າງຖືກ ຕ້ອງຕາມກຳນົດເວລາ.

ຜົນປະໂຫຍດທີ່ມີແກ່ວິສາຫະກິດ

  • ເພິ່ມຄວາມໄວ້ວາງໃຈຂອງລູກຄ້າໃນທຸລະກຳຊື້ຂາຍກັບຄູ່ຮ່ວມທຸລະກິດຕ່າງປະເທດ ເມື່ອໄດ້ຮັບຄ້ຳປະກັນ ຈາກທະນາຄານທີ່ໜ້າເຊື່ອຖືຄື SHB Lao.
  • SHB ໃຫ້ບູລິມະສິດຄ່າທຳ​ນຽມຄໍ້າປະກັນ ແລະ ອັດຕາສ່ວນເງິນມັດຈຳຕໍ່າ ເພື່ອ​ໃຫ້ບັນດາວິສາຫະກິດນຳ​ໃຊ້​ການບໍລິການຄ້ຳປະກັນຢ່າງ​ຄົບ​ຊຸດຢູ່ SHB Lao (ຈາກຂັ້ນຕອນເຂົ້າຮ່ວມປະມູນເຖິງຂັ້ນຕອນຄ້ຳປະກັນ).

ເອກະສານລົງທະບຽນ

  • ເອກະສານຕາມລະ​ບຽບການຂອງ SHB Lao
  • ກະລຸນາຕິດຕໍ່ພົວພັນກັບສາຂາ SHB Lao ທີ່ໃກ້ທີ່ສຸດ ຫຼື ຕິດຕໍ່ພົວພັນກັບຫ້ອງການທຸລະກິດຂອງ SHB Lao ເພື່ອໄດ້ຮັບຄຳປຶກສາ.
ຄ້ຳປະກັນການກູ້ຢືມທຶນ
Trả lời :

SHB Lao ຄ້ຳປະກັນໃຫ້ລູກຄ້າກູ້ຢືມທຶນຈາກສະຖາບັນການເງິນອື່ນ ທັງພາຍໃນ ແລະ ຕ່າງປະເທດ

  • ເປັນ​ວຽກທີ່ທະນາຄານອອກຄ້ຳປະກັນ ໃຫ້ລູກຄ້າໃດໜຶ່ງກູ້ຢືມທຶນຈາກສະຖາບັນການເງິນອື່ນ ທັງຢູ່ພາຍໃນ ແລະ ຕ່າງປະເທດ

ຜົນປະໂຫຍດທີ່ມີແກ່ວິສາຫະກິດ

  • ຊ່ວຍໃຫ້ລູກຄ້າໄດ້ກູ້ຢືມທຶນໃນບັນດາທຸລະກຳ ເຊິ່ງການຄ້ຳປະກັນການກູ້ຢືມແມ່ນພາກບັງຄັບ (ຍົກຕົວຢ່າງ: ກູ້ຢືມທຶນຈາກຕ່າງປະເທດ)
  • ຄ້ຳປະກັນການກູ້ຢືມທຶນຈາກທະນາຄານທີ່ມີຄວາມເຊື່ອຖື ຈະຊ່ວຍເພິ່ມຄວາມໄວ້ວາງໃຈຂອງລູກຄ້າກັບຄູ່ ຮ່ວມທຸລະກິດຂອງຕົນ, ສິ່ງ​ດັ່ງ​ກ່າວ​ຈະເຮັດໃຫ້ຄວາມຫວັງຂອງທຸລະກຳກູ້ຢືມໜັກແໜ້ນກວ່າ.
  • SHB ໃຫ້ບູລິມະສິດຄ່າທຳ​ນຽມຄໍ້າປະກັນ ແລະ ອັດຕາສ່ວນເງິນມັດຈຳຕໍ່າ ເພື່ອ​ໃຫ້ບັນດາວິສາຫະກິດນຳ​ໃຊ້​ການບໍລິການຄ້ຳປະກັນຢ່າງ​ຄົບ​ຊຸດຢູ່ SHB Lao (ຈາກຂັ້ນຕອນເຂົ້າຮ່ວມປະມູນເຖິງຂັ້ນຕອນຄ້ຳປະກັນ).

ຈຸດພິເສດ

  • ທະນາຄານໃຫ້ຄຳໝັ້ນສັນຍາຈະຊຳລະໜີ້ສິນແທນລູກຄ້າໃນກໍລະນີລູກຄ້າບໍ່ຊຳລະໜີ້ ຫຼື ຊຳລະໜີ້ບໍ່ຄົບ, ບໍ່ ຖືກຕາມກຳນົດເວລາ.
  • ການຄ້ຳປະກັນການກູ້ຢືມດ້ວຍຮູບແບບໜັງ​ສືຄ້ຳປະກັນ ທີ່ທະນາຄານອອກ​ໃຫ້, ໃນນັ້ນໄດ້ລະບຸເນື້ອໃນ, ຂອບເຂດ ແລະ ບັນດາເງື່ອນໄຂຂອງການຄ້ຳປະກັນ.

ເອກະສານລົງທະບຽນ

 ເອກະສານຕາມລະ​ບຽບ​ການຂອງ SHB Lao

  • ກະລຸນາຕິດຕໍ່ພົວພັນກັບສາຂາ SHB Lao ທີ່ໃກ້ທີ່ສຸດ ຫຼື ຕິດຕໍ່ພົວພັນກັບຫ້ອງການທຸລະກິດຂອງ SHB Lao ເພື່ອໄດ້ຮັບຄຳປຶກສາ.
ຄໍ້າປະກັນການຊຳລະຄືນເງິນມັດຈຳກ່ອນ
Trả lời :

SHB Lao ຄ້ຳປະກັນແກ່ລູກຄ້າໃນການຮັບປະກັນພັນທະຊຳລະຄືນເງິນມັດຈຳກ່ອນຂອງລູກຄ້າຕາມສັນຍາ ທີ່ໄດ້ລົງນາມ

  • ນີ້ແມ່ນວຽກທີ່ທະນາຄານອອກຄ້ຳປະກັນໃຫ້ແກ່ລູກຄ້າ ໃນການຮັບປະກັນພັນທະຊຳລະຄືນເງິນມັດຈຳ ກ່ອນຂອງລູກຄ້າຕາມສັນຍາທີ່ໄດ້ລົງນາມກັບຝ່າຍຮັບຄ້ຳປະກັນ

ຜົນປະໂຫຍດທີ່ມີແກ່ວິສາຫະກິດ

  • ເພິ່ມຄວາມໄວ້ວາງໃຈຂອງລູກຄ້າໃນທຸລະກຳຊື້ຂາຍກັບຄູ່ຮ່ວມທຸລະກິດຕ່າງປະເທດ ເມື່ອໄດ້ຮັບຄ້ຳປະກັນ ຈາກທະນາຄານທີ່ໜ້າເຊື່ອຖືຄື SHB Lao.
  • SHB ໃຫ້ບູລິມະສິດຄ່າທຳ​ນຽມຄໍ້າປະກັນ ແລະ ອັດຕາສ່ວນເງິນມັດຈຳຕໍ່າ ເພື່ອ​ໃຫ້ບັນດາວິສາຫະກິດນຳ​ໃຊ້​ການບໍລິການຄ້ຳປະກັນຢ່າງ​ຄົບ​ຊຸດຢູ່ SHB Lao (ຈາກຂັ້ນຕອນເຂົ້າຮ່ວມປະມູນເຖິງຂັ້ນຕອນຄ້ຳປະກັນ).

ເອກະສານລົງທະບຽນ

 ເອກະສານຕາມລະ​ບຽບ​ການຂອງ SHB Lao

  • ກະລຸນາຕິດຕໍ່ພົວພັນກັບສາຂາ SHB Lao ທີ່ໃກ້ທີ່ສຸດ ຫຼື ຕິດຕໍ່ພົວພັນກັບຫ້ອງການທຸລະກິດຂອງ SHB Lao ເພື່ອໄດ້ຮັບຄຳປຶກສາ.
ຄ້ຳປະກັນການປະຕິບັດສັນຍາ
Trả lời :

ເພິ່ມຄວາມໄວ້ວາງໃຈຂອງລູກຄ້າໃນທຸລະກຳຊື້ຂາຍກັບຄູ່ຮ່ວມທຸລະກິດ ເມື່ອໄດ້ຮັບຄ້ຳປະກັນຈາກທະນາ ຄານທີ່ໜ້າເຊື່ອຖືຄື SHB Lao.

SHB Lao ອອກຄ້ຳປະກັນໃຫ້ລູກຄ້າ ເຊິ່ງຮັບຜິດຊອບຕໍ່ທຸກພັນທະຂອງລູກຄ້າ ໃນກໍລະນີລູກຄ້າບໍ່ປະ ຕິບັດ ຫຼື ປະຕິບັດພັນທະໃນສັນຍາບໍ່ຄົບ​ຖ້ວນ.

ຜົນປະໂຫຍດຕໍ່ວິສາຫະກິດ

  • ເພິ່ມຄວາມໄວ້ວາງໃຈຂອງລູກຄ້າໃນທຸລະກຳຊື້ຂາຍກັບຄູ່ຮ່ວມທຸລະກິດຕ່າງປະເທດ ເມື່ອໄດ້ຮັບຄ້ຳປະກັນ ຈາກທະນາຄານທີ່ໜ້າເຊື່ອຖືຄື SHB Lao.
  • SHB ໃຫ້ບູລິມະສິດຄ່າທຳ​ນຽມຄໍ້າປະກັນ ແລະ ອັດຕາສ່ວນເງິນມັດຈຳຕໍ່າ ເພື່ອ​ໃຫ້ບັນດາວິສາຫະກິດນຳ​ໃຊ້​ການບໍລິການຄ້ຳປະກັນຢ່າງ​ຄົບ​ຊຸດຢູ່ SHB Lao (ຈາກຂັ້ນຕອນເຂົ້າຮ່ວມປະມູນເຖິງຂັ້ນຕອນຄ້ຳປະກັນ).

ຈຸດພິເສດ

  • SHB Lao ອອກຄ້ຳປະກັນໃຫ້ລູກຄ້າ ເຊິ່ງຮັບຜິດຊອບຕໍ່ທຸກພັນທະຂອງລູກຄ້າ ໃນກໍລະນີລູກຄ້າບໍ່ປະ ຕິບັດ ຫຼື ປະຕິບັດພັນທະໃນສັນຍາບໍ່ຄົບ​ຖ້ວນ.

ເອກະສານລົງທະບຽນ

  • ເອກະສານຕາມລະ​ບຽບ​ການຂອງ SHB Lao
  • ກະລຸນາຕິດຕໍ່ພົວພັນກັບສາຂາ SHB Lao ທີ່ໃກ້ທີ່ສຸດ ຫຼື ຕິດຕໍ່ພົວພັນກັບພະ​ແນກທຸລະກິດຂອງ SHB Lao ເພື່ອໄດ້ຮັບຄຳປຶກສາ.
ຄ້ຳປະກັນເຂົ້າຮ່ວມການປະມູນ
Trả lời :

ຊ່ວຍໃຫ້ລູກຄ້າມີເງື່ອນໄຂພຽງພໍເພື່ອຮ່ວມການປະມູນ ເຊິ່ງການຄ້ຳປະກັນຂອງທະນາຄານແມ່ນພາກບັງຄັບ

  • ແມ່ນ​ວຽກທີ່ທະນາຄານອອກຄ້ຳປະກັນໃຫ້ແກ່ລູກຄ້າໃດໜຶ່ງ ເພື່ອໃຫ້ລູກຄ້າດັ່ງກ່າວເຂົ້າຮ່ວມການປະ ມູນສະໜອງສິນຄ້າ ຫຼື ການບໍລິການ

ຜົນປະໂຫຍດໃຫ້​ກັບ​ວິ​ສາ​ຫະ​ກິດ

  • ຊ່ວຍໃຫ້ລູກຄ້າມີເງື່ອນໄຂພຽງພໍເພື່ອເຂົ້າຮ່ວມການປະມູນ ເຊິ່ງຕ້ອງ​ມີການຄ້ຳປະກັນຂອງທະນາຄານແມ່ນ ພາກບັງຄັບ.
  • ການຄ້ຳປະກັນເຂົ້າ​ຮ່ວມປະມູນຈາກທະນາຄານທີ່ມີຄວາມເຊື່ອຖື ຈະຊ່ວຍໃຫ້ລູກຄ້າເພິ່ມຄວາມໄວ້ວາງໃຈຕໍ່ ຄູ່ຮ່ວມທຸລະກິດຂອງຕົນ ສິ່ງ​ດັ່ງ​ກ່າວ​ຈະເຮັດໃຫ້ຄວາມຫວັງຜົນສຳເລັດໃນ​ການປະມູນແນ່ນອນກວ່າເກົ່າ.
  • SHB ໃຫ້ບູລິມະສິດຄ່າທຳ​ນຽມຄໍ້າປະກັນ ແລະ ອັດຕາສ່ວນເງິນມັດຈຳຕໍ່າ ເພື່ອ​ໃຫ້ບັນດາວິສາຫະກິດນຳ​ໃຊ້​ການບໍລິການຄ້ຳປະກັນຢ່າງ​ຄົບ​ຊຸດຢູ່ SHB Lao (ຈາກຂັ້ນຕອນເຂົ້າຮ່ວມປະມູນເຖິງຂັ້ນຕອນຄ້ຳປະກັນ).

ຈຸດພິເສດ

  • ແມ່ນ​ວຽກທີ່ທະນາຄານອອກຄ້ຳປະກັນໃຫ້ແກ່ລູກຄ້າໃດໜຶ່ງ ເພື່ອໃຫ້ລູກຄ້າດັ່ງກ່າວເຂົ້າຮ່ວມການປະ ມູນສະໜອງສິນຄ້າ ຫຼື ການບໍລິການ.
  • ຄ້ຳປະກັນການຮ່ວມປະມູນໄດ້ສະແດງອອກໃນຮູບແບບໜັງ​ສືຄ້ຳປະກັນ ທີ່ທະນາຄານອອກ​ໃຫ້ ໃນນັ້ນໄດ້ລະບຸເນື້ອໃນ, ຂອບເຂດ ແລະ ບັນດາເງື່ອນໄຂການຄ້ຳປະກັນ.

ເອກະສານລົງທະບຽນ

  • ເອກະສານຕາມລະ​ບຽບ​ການຂອງ SHB Lao
  • ກະລຸນາຕິດຕໍ່ພົວພັນກັບສາຂາ SHB Lao ທີ່ໃກ້ທີ່ສຸດ ຫຼື ຕິດຕໍ່ພົວພັນກັບພະ​ແນກທຸລະກິດ SHB Lao ເພື່ອໄດ້ຮັບຄຳປຶກສາ.
ຜະລິດຕະພັນເງິນກູ້ເພື່ອຊົມໃຊ້ (ໃຫ້ກູ້ຢືມເພື່ອຊື້ເຮືອນ, ປຸກສ້າງເຮືອນ, ສ້ອມແປງເຮືອນ, ຊື້ລົດໃຫຍ່, ໃຫ້ກູ້ຢືມດ້ວຍຄວາມເຊື່ອຖື)
Trả lời :

ສາມາດຕອບສະໜອງຕາມຄວາມຕ້ອງການເງິນກູ້​ຊົມໃຊ້ຂອງບຸກຄົນ ຢ່າງສະດວກ ແລະ ງ່າຍດາຍ ກວ່າເກົ່າ

  1. ຄວາມສະດວກຂອງເງິນ​ກູ້

– ຂັ້ນຕອນງ່າຍດາຍ, ວ່ອງໄວ, ສະດວກສະບາຍ.

– ຕອບສະໜອງຄວາມຕ້ອງການຂອງລູກຄ້າຢ່າງທ່ວງທັນ

– ວົງເງິນໃຫ້ກູ້ຢືມສູງສຸດເຖິງ 100% ຂອງຄວາມຕ້ອງການກູ້ຢືມ.

– ຄໍ້າປະກັນດ້ວຍເຮືອນ/ທີ່ດິນ ທີ່ຄາດຄະເນຈະຊື້/ຮັບໂອນກຳ​ມະ​ສິດ, ເຮືອນຈະປຸກສ້າງ ຫຼື ຊັບສິນອື່ນ.

  1. ຈຸດພິເສດຂອງຜະລິດຕະພັນ

– ສະກຸນເງິນໃຫ້ກູ້ຢືມ: ເງິນກີບ, ເງິນໂດລາສະຫະລັດ.

– ກໍານົດເວລາໃຫ້ກູ້ຢືມ: ສູງສຸດ 15 ປີ.

– ວົງເງິນໃຫ້ກູ້ຢືມ: ຢືມ​ໄດ້ເຖິງ 100% ຄວາມຕ້ອງການກູ້ຢືມ.

– ດອກເບ້ຍເງິນກູ້: ປະຕິບັດຕາມອັດຕາດອກເບ້ຍເງິນກູ້ທີ່ SHB Lao ປະ​ກາດ​ນຳ​ໃຊ້ໃນແຕ່ ລະໄລຍະ.

– ວິທີການໃຫ້ກູ້ຢືມ: ໃຫ້ກູ້ຢືມເປັນແຕ່ລະຄັ້ງ.

– ວິທີການຊໍາ​ລະໜີ້: ດອກເບ້ຍຊຳລະໃນແຕ່ລະເດືອນ, ຕົ້ນທຶນຊຳລະເປັນ​ງວດ.

– ຫຼັກ​ຊັບຄໍ້າປະກັນ: ຄ້ຳປະກັນດ້ວຍເຮືອນ/ທີ່ດິນ ທີ່ຄາດຄະເນຈະຊື້/ຮັບໂອນກຳ​ມະ​ສິດ, ເຮືອນຈະປຸກສ້າງ ຫຼື ຊັບສິນອື່ນ.

  1. ເອກະສານກູ້ຢືມເງິນ

– ໜັງສືສະເໜີກູ້ຢືມ (ຕາມແບບຟອມຂອງ SHB Lao).

– ເອກະສານນິຕິກໍາຂອງລູກຄ້າ.

– ເອກະສານຢັ້ງຢືນຄວາມສາມາດຊໍາ​ລະໜີ້.

– ບັນດາເອກະສານສະແດງຈຸດປະສົງນໍາໃຊ້ເງິນ​ກູ້: ສັນຍາຊື້ຂາຍ/ມອບໂອນ, ໃບຕາດິນ ຂອງເຮືອນ, ທີ່ດິນທີ່ຄາດຄະເນຈະຊື້/ຮັບໂອນກຳ​ມະ​ສິດ, ໃບອະນຸຍາດກໍ່ສ້າງ…

– ເອກະສານອື່ນໆ ທີ່ກ່ຽວຂ້ອງ (ຖ້າມີ).