ໜັງສືສິນເຊື່ອຂາເຂົ້າ (L/C ຂາເຂົ້າ)

ຄຸນ​ລັກ​ສະ​ນະ​ຂອງ​ຜະ​ລິດ​ຕະ​ພັນ:

  • ລູກ​ຄ້າ​ເປົ້າ​ໝາຍ: ຜູ້​ນຳ​ເຂົ້າ, ຊື້​ສິນ​ຄ້າ​ຕາມ L/C
  • SHB Lao ​ເປີດ L/C ແລະ ໃຫ້ຄຳ​ໝັ້ນ​ສັນ​ຍາ​ຊຳ​ລະ​ເມື່ອ​ລູກ​ຄ້າແຈ້ງ​ຊຸດ​ເອ​ກະ​ສານ​​ທີ່ສອດ​ຄ່ອງ​ກັບ​ເງື່ອນ​ໄຂ​ຂອງ L/C.
  • ເວ​ລາ​ແຈ້ງ​ຊຸດ​ເອ​ກະ​ສານ​ເພື່ອ​ໄດ້​ຮັບ​ການ​ຊຳ​ລະ: ໃນ​ເວ​ລາ L/C ຍັງ​ມີ​ຜົນ​ສັກ​ສິດ.

ຜົນ​ປະ​ໂຫຍດ​ທີ່​ລູກ​ຄ້າ​ໄດ້​ຮັບ:

  • ແມ່ນ​ວິ​ທີ​ການ​ຊຳ​ລະ​ທີ່ປອດ​ໄພ, ມີ​ປະ​ສິດ​ທິ​ຜົນ ແລະ ຫຼຸດ​ຜ່ອນ​ຄວາມ​ສ່ຽງ​ໃຫ້​ແກ່​ລູກ​ຄ້າ.
  • ໄດ້​ຮັບ​ຄຳ​ແນະ​ນຳ​ຈາກ SHB ກ່ຽວ​ກັບ​ມາດ​ຕາ ແລະ ເງື່ອນ​ໄຂ​ເປີດ L/C.
  • ​ທຸ​ລະ​ກຳ​ໄດ້​ດຳ​ເນີນ​ຢ່າງວ່ອງ​ໄວ ແລະ ສະ​ດວກ.
  • ຄ່າ​ທຳ​ນຽມ​ແຂ່ງ​ຂັນ.
  • ຖັນ​ແຖວ​ພະ​ນັກ​ງານມີຄວາມຊຳນານ, ຫ້າວຫັນ.

ເປົ້າ​ໝາຍ​ນຳ​ໃຊ້:

  • ລູກ​ຄ້າ​ເປັນວິ​ສາ​ຫະ​ກິດ​ນຳ​ເຂົ້​າ​ສິນ​ຄ້າ, ຕອບ​ສະ​ໜອງ​​ເງື່ອນ​ໄຂ​ຕາມ​ທີ່ກຳ​ນົດ​ຂອງ​ຜະ​ລິດ​ຕະ​ພັນໜັງ​ສື​ສິນ​ເຊື່ອ​ຂາ​ເຂົ້າ.

ເອ​ກະ​ສານ:

  • ເອ​ກະ​ສານ​ກູ້​ຢືມ​ທຶນ​ຕາມ​ລະ​ບຽບ​ການ​ຂອງ SHB L
  • ​ໃບ​ສະ​ເໜີເປີດ L/C.
  • ເອ​ກະ​ສານ​ເປີດ L/C: ໃບສະເໜີເປີດໜັງສືສິນເຊື່ອ, ສັນຍາຊື້ຂາຍ​ການ​ຄ້າ​ຕ່າງ​ປະ​ເທດ, ເອກະສານຢັ້ງຢືນແຫຼ່ງ ຊຳລະ (ທຶນສ່ວນຕົວ ຫຼື ທຶນກູ້ຢືມ).
  • ສຳ​ລັບ L/C ​ໄດ້​ເປີດ​ດ້ວຍ​ທຶນ​ກູ້​ຢືມ: ​ທ່ານ​ຕ້ອງ​ປະ​ກອບ​ເອ​ກະ​ສານ​ຂໍ​ເປີດ L/C ເຊັ່ນ: ໃບ​ສະ​ເໜີ​ກູ້​ຢືມທຶນ, ສັນ​ຍາ​ເສດ​ຖະ​ກິດ ຫຼື ຮູບ​ການ​ຜະ​ລິດ, ທຸ​ລະ​ກິດ​ສິນ​ຄ້າ​ນຳ​ເຂົ້າ…