ສະໜັບສະໜູນການຂາອອກໂດຍຄ້ຳປະກັນດ້ວຍແຫຼ່ງລາຍຮັບ

ຄຸນ​ລັກ​ສະ​ນະ​ຂອງ​ຜະ​ລິດ​ຕະ​ພັນ:

  • ສະ​ໜັບ​ສະ​ໜູນ​ການ​​ຂາອອກ​ຢ່າງ​ຄົບ​ຊຸດ​ແມ່ນ​ຮູບ​ການ​ສະ​ໜອງ​ສິນ​ເຊື່ອ​ໃນ​ທຸກ​ໄລ​ຍະ​ຂອງ​​ທຸ​ລະ​ກຳຂາ​ອອກ​ຈາກ​ເວ​ລາ​ທີ່​ຊື້, ​ກະ​ກຽມ​ປັດ​ໄຈ​ສົ້ນ​ເຂົ້າ, ປຸງ​ແຕ່ງ, ຜະ​ລິດ ແລະ ມອບ​ສິນ​ຄ້າ​ຈົນ​ຮອດ​​ເວ​ລາ​ໄດ້​ຮັບ​ເງິນ. ພ້ອມ​ທັງ, SHB ​ຈະແນະ​ນຳ​ ບໍ​ລິ​ການ​ປະ​ກັນ​ໄພ, ບໍ​ລິ​ການມອບ​ຮັບ​ສຳ​ລັບ​ວິ​ສ​າ​ຫະ​ກິດ​ທີ່​ມີ​ຄວາມ​ຕ້ອງ​ການ.
  • ໄລ​ຍະ​ໃຫ້​ກູ້​ຢື​ມ: ສູງ​ສຸດ​ບໍ່​ເກີນ 12 ເດືອນ.
  • ອັດ​ຕາ​ໃຫ້​ກູ້​ຢືມ​ສູງ​ສຸດ​ເຖິງ 90% ມູນ​ຄ່າ​ສັນ​ຍາ​ການ​ຄ້າ​ຕ່າງ​ປະ​ເທດ.

ຜົນປະໂຫຍດທີ່ລູກ​ຄ້າໄດ້ຮັບ:    

  • ຕອບ​ສະ​​ໜອງ​ຄວາມ​ຕ້ອງ​ການ​ທຶນ​ໝູນ​ວຽນ​ໄລ​ຍະ​ສັ້ນ, ຊ່ວຍ​ໃຫ້​ລູກ​ຄ້າ​ດຳ​ເນີນ​ການ​ສົ່ງ​ອອກ​ສິນ​ຄ້າ​ຢ່າງ​ທັນ​ເວ​ລາ. ລູກ​ຄ້າ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ນັບ​​ຈາກ​ເວ​ລາ​ທີ່​ຊື້, ປຸງ​ແຕ່ງ, ຜະ​ລິດ​ສິນ​ຄ້າ… ຈົນ​​ຮອດເມື່ອ​ສິນ​ຄ້າ​ຖືກ​ສົ່ງ​ອອກ.
  • ຂັ້ນ​ຕອນ​ປະ​ກອບ​ເອ​ກະ​ສານ​ກູ້​ຢືມ​ທຶນ​ງ່າຍ​ດາຍ ແລະ ​​ເວ​ລາແກ້​ໄຂ​ເອ​ກະ​ສານ​ວ່ອງໄວ ແລະ ຖື​ກຕ້ອງ​ຕາມ​ຄວາມ​ຄືບ​ໜ້າ​ທີ່​ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ກັບ​ລູກ​ຄ້າ.
  • ລູກ​ຄ້າ​​ຈະໄດ້​ຮັບ​ຄຳ​ປຶກ​ສາກ່ຽວ​ກັບ​ບໍ​ລິ​ການມອບ​ຮັບ ແລະ ປະ​ກັນ​ໄພ​ຈາກ​ຄູ່​ຮ່ວມ​ທຸ​ລະ​ກິດຂອງ SHB Lao.

ເປົ້າ​ໝາຍ​ນຳ​ໃຊ້:

  • ແມ່ນ​ວິ​ສາ​ຫະ​ກິດ​​ເຄື່ອນ​ໄຫວ​ໃນ​ຂົງ​ເຂດ​ຜະ​ລິດ, ທຸ​ລະ​ກິດ​ສິນ​ຄ້າ​ສົ່ງ​ອອກທີ່​ມີ​ຄວາມ​ຕ້ອງ​ການ​ກູ້​ຢືມ​ທຶນ​ຈາກ SHB Lao.

ເອ​ກະ​ສານ:

  • ເອ​ກະ​ສານ​​ຕາມ​ລະ​ບຽບ​ການ​ຂອງ SHB Lao