ຮັບຊື້ຫຼຸດເອກະສານຂາອອກຕາມວິທີການຮຽກເກັບ

ຄຸນ​ລັກ​ສະ​ນະ​ຂອງ​ຜະ​ລິດ​ຕະ​ພັນ:

  • ​ຊື້ຫຼຸດ​ເອ​ກະ​ສານ​ຂາ​ອອກ​ຕາມ​ວິ​ທີ​ການ​ຮຽກ​ເກັບ​​​ແມ່ນ​ການ SHB Lao ຈະ​ເບີກ​ເງິນ​ລ່ວງ​ໜ້າ​ສິນ​ຄ້າ​ສົ່ງ​ອອກ​ຕາມວິ​ທີ​ການ​ຮຽກ​ເກັບ​​ໃຫ້​ແກ່​ລູກ​ຄ້າ​ໃນ​ເວ​ລາ​ລໍ​ຖ້າ​ຊຳ​ລະ​ເປັນ​ງວດ/ຊຳ​ລະ​ຈາກຄູ່​ຮ່ວມ​​ນຳ​ເຂົ້າ/ທະ​ນາ​ຄານ​ຕ່າງ​ປະ​ເທດ ເພື່ອ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ທຶນໝູນ​ວຽນ​ໃຫ້​ລູກ​ຄ້າ.
  • ກຳ​ນົດ​ເວ​ລາ​​ຊື້ຫຼຸດ: ຕາມ​ລະ​ບຽບ​​ຂອງ SHB Lao ໃນ​ແຕ່​ລະ​ໄລ​ຍະ.
  • ອັດ​ຕາ​​ຊື້ຫຼຸດ: ຕາມ​ມູນ​ຄ່າ​​ຕ້ອງ​ເກັບ.

ຜົນປະໂຫຍດທີ່ລູກ​ຄ້າໄດ້ຮັບ: 

  • ຕອບ​ສະ​​ໜອງ​ຄວາມ​ຕ້ອງ​ການ​ທຶນ​ໃຫ້​ແກ່​ລູກ​ຄ້າຢ່າງ​ທັນ​ທີຫຼັງ​ຈາກມອບ​ສິນ​ຄ້າ.
  • ຊ່ວຍ​ໃຫ້​ການ​ໝູນ​ທຶນ​ໄດ້​ວ່ອງ​ໄວ ແລະ ນຳ​ໃຊ້​ທຶນ​ຢ່າງ​ມີ​ປະ​ສິດ​ທິ​​ຜົນ​ກ່​ວາ​ເກົ່າ.
  • ມີ​ຄວາມ​ປອດ​ໄພເມື່ອ​ເຮັດ​ທຸ​ລະ​ກຳ​ກັບ​ຄູ່​ຮ່ວມ​ມື​ຕ່າງ​ປະ​ເທດ ແລະ ເມື່ອຮຽກ​ເກັບ​ເງິນ.
  • ໄລ​ຍະ​ກູ້​ຢືມ​ເໝາະ​ສົມ.
  • ໄດ້​ຮັບ​ຄຳ​ປຶ​ກ​ສາ​ໂດຍ​ບໍ່​ເສຍ​ຄ່າ​ທຳ​ນຽມ.
  • ແກ້​ໄຂ​​ເອ​ກະ​ສານ​ຢ່າງວ່ອງ​ໄວ.

ເປົ້າ​ໝາຍ​ນຳ​ໃຊ້:

  • ລູກ​ຄ້າ​​​ແມ່ນວິ​ສາ​ຫະ​ກິດ​ສົ່ງ​ອອກ​ສິນ​ຄ້າ, ຕອບ​ສະ​ໜອງ​​ເງື່ອນ​ໄຂ​ຕາມ​ທີ່​ກຳ​ນົດ​ຂອງ​ຜະ​ລິດ​ຕະ​ພັນ, ແມ່ນ​ຜູ້​ໄດ້​ຮັບຜົນ​ປະ​ໂຫຍດ​ ແລະ ມີ​ຄວາມ​ຕ້ອງ​ການ​​ຊື້ຫຼຸດ​ເອ​ກະ​ສານ​ຂາ​ອອກ​ຕາມ​ວິ​ທີ​ການ​ຊຳ​ລະ​ຮຽກ​ເກັບ.

ເອ​ກະ​ສານ:

  • ເອ​ກະ​ສານ​ນິ​ຕິ​ກຳ​ຂອງ​ລູກ​ຄ້າ.
  • ເອ​ກະ​ສານ​ດ້ານ​ການ​ເງິນ​ຂອງ​ລູກ​ຄ້າ.
  • ໃບ​ສະ​ເໜີ​ຊື້ຫຼຸດ.
  • ຊຸດ​ເອ​ກະ​ສານ​ສົ່ງ​ອອກ​​ຕົ້ນສະ​ບັບຄັດ​ຕິດເອ​ກະ​ສານ​ແລກ​ປ່ຽນ​ຮຽກ​ເກັບ​ໜີ້​ຕົ້ນ​ສະ​ບັບ​ຢ່າງ​ຄົບ​ຖ້ວນ.
  • ສັນ​ຍາ​ການ​ຄ້າ​ຕ່າງ​ປະ​ເທດ.
  • ​ໃບ​ສະ​ເໜີສົ່ງ​​ຊຸດເອ​ກະ​ສານ​ຮຽກ​ເກັບ.
  • ສັນ​ຍາ​ມອບ​ສິດ (ກໍ​ລະ​ນີ​ສົ່ງ​ອອກ​ທີ່​ມີ​ການມອບ​ສິດ).
  • ໃບ​ອະ​ນຸ​ຍາດ​ສົ່ງ​ອອກ/ໂກ​ຕາ (ຖ້າ​ສິນ​ຄ້າ​ຈຳເປັນຕ້ອງ​ມີ​ໃບ​ອະ​ນຸ​ຍາດ).