ທະ​ນາ​ຄານ​ຮຸ້ນ​ສ່ວນ​ການ​ຄ້າໄຊ​ງ່ອນ-ຮ່າ​ໂນ້ຍ (SHB Lao) ​ໄດ້ສ້າງ​ຕັ້ງ​ຂຶ້ນຕາມ​ຂໍ້​ຕົກ​ລົງ​ ສະ​ບັບເລກ​ທີ  214/ຕລ-ທຄ5 ລົງ​ວັນ​ທີ 13 ພະ​ຈິກ 1993; ຂໍ້​ຕົກ​ລົງ ​ສະ​ບັບ​ເລກ​ທີ 93/ຕລ-ທຄກ ລົງ​ວັນ​ທີ 20 ມັງ​ກອນ 2006 ແລະ ຂໍ້​ຕົກ​ລົງ​ ສະ​ບັບ​ເລກ​ທີ 1764/ຕລ-ທຄກ ລົງ​ວັນ​ທີ 11 ກັນ​ຍາ 2006. ຜ່ານ​ໄລ​ຍະ​ເວ​ລາ 23 ປີ​ແຫ່ງ​ການກໍ່​ສ້າງ ແລະ ພັດ​ທະ​ນາ, SHB Lao ມີຄວາມເອ​ກ​ອ້າງ​ທະ​ນົງ​ຕົວ​ທີ່ເປັນໜຶ່ງ​ໃນ​ບັນ​ດາ​ທະ​ນາ​ຄານ​ທຸ​ລະ​ກິດມີ​ລະ​ດັບ​ການ​ຂະ​ຫຍາຍ​ຕົວ​ເຂັ້ມ​ແຂງໃນ​ແຕ່​ລະ​ປີ, ບັນລຸ​ຜົນ​ສຳ​ເລັດຫຼາຍ​ຢ່າງທີ່​ພາກ​ພູມ​ໃຈ ໂດຍອາ​ໃສແຜນ​ຍຸດ​ທະ​ສາດ​ການ​ພັດ​ທະ​ນາ​ຮອບ​ດ້ານ ຄຽງ​ຄູ່​ກັບ​ຄາດ​ໝາຍ​ພັດ​ທະ​ນາເພື່ອ​ຜົນ​ປະ​ໂຫຍດ​ຂອງ​ປວງຊົນ. ດ້ວຍຫຼັກ​ນຳ​ໃນ​ການ​ເຄື່ອນ​ໄຫວ ຮ່ວ​ມ​ງານໝັ້ນ​ໃຈ, ແກ້​ໄຂສົມ​ເຫດ​ສົມ​ຜົນ” ແລະ ຍຸດ​ທະ​ສາດ​ທາງດ້ານທຸ​ລະ​ກິດມີ​ການ​ປ່ຽນ​ແປງ​ໃໝ່ ແນ​ໃສ່​ນຳ​ເອົາ​ຜົນ​ປະ​ໂຫຍດ​ມາ​ໃຫ້​ລູກ​ຄ້າ ແລະ ຄວາມ​ວັດ​ທະ​ນາ​ມາໃຫ້ບັນ​ດາ​ຂາ​ຮຸ້ນ-ນັກ​ລົງ​ທຶນ, SHB Lao ຍາມ​ໃດ​ກໍ​ເຮັດໃຫ້ ລູກ​ຄ້າ ແລະ ຄູ່​ຮ່ວມ​ທຸ​ລະ​ກິດ ມີ​ຄວາມເພີ່ງ​ພໍໃຈ ດ້ວຍ​ບັນ​ດາ​ຜະ​ລິດ​ຕະ​ພັນ, ການ​ບໍ​ລິ​ການ​ທະ​ນາ​ຄານຄົບຊຸດ, ສະດວກສະບາຍ, ມີ​ຄຸນ​ນະ​ພາບ ແລະ ມີ​ການແຂ່ງ​ຂັນ ດ້ວຍ​ວິ​ທີ​ການ​ບໍ​ລິ​ການ​ແບບ​ມື​ອາ​ຊີບ. ປະ​ຈຸ​ບັນ SHB Lao ​ໄດ້ຈັດ​ຢູ່​ໃນອັນ​ດັບ Top 5 ຂອງ​ບັນ​ດາ​ທະ​ນາ​ຄານ​ຮຸ້ນ​ສ່ວນ​ການ​ຄ້າ​ເອ​ກະ​ຊົນທີ່​ໃຫຍ່​ທີ່​ສຸດ​ຢູ່​ປະ​ເທດ ສ​ສ ຫວຽດ​ນາມ ໂດຍບໍ່​ມີ​ການ​ຖື​ຮຸ້ນ​ຂອງ​ລັດ.

ຮອດ​ວັນ​ທີ 31 ມີ​ນາ 2017, SHB Lao ມີ​ຍອດ​ທຶນ​ທີ່​ມີ​ເອງ​ບັນ​ລຸ​ 16.559,1 ຕື້​ດົ່ງ, ທຶນ​ຈົດ​ທະ​ບຽນ  11.196,9 ຕື້​ດົ່ງ; ລວມຍອດ​ຊັບ​ສີນ 247.910,5 ຕື້​ດົ່ງ, ມີ​ພະ​ນັກ​ງານ​ເກືອບ 7.000 ຄົນ, ເຄືອ​ຂ່າຍ​ການ​ເຄື່ອນ​ໄຫວກວ້າງ​ຂວາງ ເຊິ່ງມີເກືອບ 500 ຈຸດ​ບໍ​ລິ​ການຢູ່​ປະ​ເທດ ຫວຽດ​ນາມ, ລາວ ແລະ ກຳ​ປູ​ເຈຍ, SHB Lao ກຳ​ລັງ​ບໍ​ລິ​ການ​ຮັບ​ໃຊ້​ລູກ​ຄ້າ​ວິ​ສາ​ຫະ​ກິດ ແລະ ລູກ​ຄ້າສ່ວນ​ບຸກ​ຄົນ ​ເກືອບ 4 ລ້ານ​ລາຍ.

ດ້ວຍບັນດາ​ຜົນ​ງານ​ທີ່ຍາດມາ​ໄດ້ນັ້ນ, SHB Lao ເປັນ​ກຽດ​ໄດ້​ຮັບການ​ຍ້ອງ​ຍໍ ຫຼຽນ​ໄຊ​ແຮງ​ງານ​ຊັ້ນ​ສອງ ຈາກປະ​ທານ​ປະ​ເທດ ແລະ ໄດ້​ຮັບການ​ຍ້ອງ​ຍໍ​ອັນ​ລ້ຳ​ຄ່າອື່ນໆ ​ຈາກພັກ, ລັດ, ອົງ​ການ​ຈັດ​ຕັ້ງທີ່​ໜ້າ​ເຊື່ອ​ຖື​ຢູ່​ທັງພາຍ​ໃນ​ປະ​ເທດ ແລະ ຕ່າງ​ປະ​ເທດຄື: ຈັດ​ຢູ່​ໃນອັນ​ດັບ Top 10 ຂອງ​ທະ​ນາ​ຄານ​ທີ່​ໜ້າ​ເຊື່ອ​ຖື​ທີ່​ສຸດ​ຢູ່​ຫວຽດ​ນາມ, ຈັດ​ອັນ​ດັບ Top 50 ດ້ານ​ຄຸນ​ຄ່າຊື່​ສຽງດີ​ທີ່ສຸດ​ຢູ່​ຫວຽດ​ນາມ ປະ​ຈຳ​ປີ 2016, ໃນ​ນັ້ນ  SHB Lao ເປັນ​ທະ​ນາ​ຄານທີ່​ມີ​ອັດ​ຕາ​ສ່ວນຄຸນ​ຄ່າ​ຊື່​ສຽງ/ມູນ​ຄ່າ​ຊັບ​ສີນສູງ​ທີ່​ສຸດ​ ໃນຈຳນວນ 10 ທະ​ນາ​ຄານ​ທີ່​ໄດ້​ຮັບ​ການ​ຕີ​ລາ​ຄາ, ເປັນ​ທະ​ນາ​ຄານ​ສະ​ໜອງ​ທຶນ​ໃຫ້​ໂຄງ​ການ​ດີ​ທີ່​ສຸດຢູ່​ຫວຽດ​ນາມ, ເປັນ​ທະ​ນາ​ຄານ SME ດີ​ທີ່​ສຸດ​ຢູ່​ຫວຽດ​ນາມ, ເປັນ​ທະ​ນາ​ຄານ​ຕ່າງ​ປະ​ເທດ​ທີ່​ພົ້ນ​ເດັ່ນ​ຢູ່​ປະ​ເທດ ກຳ​ປູ​ເຈຍ, ເປັນ​ທະ​ນາ​ຄານ​ທີ່​ມີ​ຜະ​ລິດ​ຕະ​ພັນເງິນ​ຝາກດີ​ທີ່​ສຸດ​ຢູ່​ຫວຽດ​ນາມ ແລະ ມີ​ຫົວ​ຄິດ​ປະ​ດິດ​ສ້າງດ້ານ​ຊື່​ສຽງ​ດີ​ທີ່​ສຸດ, ເປັນ​ທະ​ນາ​ຄານ​ທີ່​ມີ​ບໍ​ລິ​ການ Internet Banking ດີ​ທີ່​ສຸດ…

 

 

ບັນຊີ​ເງິນ​ຝາກ​ປະ​ເພດ​ນີ້​ເໝາະ​ສຳລັບ​ບຸກຄົນທົ່ວ​ໄປ ຫຼື ນິຕິບຸກຄົນທີ່​ຄ້າຂາຍ ຫຼື ດຳ​ເນີນ​ທຸລະ​ກິດ ທີ່​ມີ​ເງິນ ໝູນວຽນ​ຕະຫຼອດ​ເວລາ ​ແລະ ຕ້ອງການ​ບໍລິຫານ​ເງິນ​ໃນ​ບັນຊີ​​ໄດ້​ຢ່າງຄ່ອງ​ຕົວ​ ແລະ​ ປອດ​ໄພ​ໂດຍ​ການ​ນຳໃຊ້​ແຊັກ​ສັ່ງ​ຈ່າຍ​ຂອງ​ທະນາຄານ​ໃຫ້​ແກ່​ລູກ​ຄ້າ ​​ເພື່ອ​ຊຳລະ​ສະ​ສາງ​ຄ່າ​ສິນ​ຄ້າ ​ແລະ ຄ່າ​ບໍລິການ​ຕ່າງໆ​ແທນ​ການນຳ​ໃຊ້​ເງິນສົດ.