ຮັບຊື້ຫຼຸດເອກະສານຂາອອກຕາມຮູບແບບ L/C

ຄຸນ​ລັກ​ສະ​ນະ​ຂອງ​ຜະ​ລິດ​ຕະ​ພັນ:

  • ຊື້ຫຼຸດ​ເອ​ກະ​ສານ​ຂາ​ອອກ​ຕາມ​ຮູບ​ແບບ L/C ແມ່ນ​ການ SHB Lao ຈະ​ເບີກ​ເງິນ​ລ່ວງ​ໜ້າສົ່ງ​ອອກ​ສິນ​ຄ້າ​ໃຫ້​​ແກ່​ລູກ​ຄ້າ​ໃນ​ເວ​ລາ​ລໍຖ້າ​ຊຳ​ລະ/ຊຳ​ລະເປັນ​ງວດ​ຈາກ​ຄູ່​ຮ່ວມ​ທຸ​ລະ​ກິດ​​ນຳ​ເຂົ້າ, ຈາກນັ້ນ​ຊ່ວຍໃຫ້​ລູກ​ຄ້າ​ຮຽກ​ເກັບ​ທຶນ​ຄືນ​ໂດຍ​ໄວ, ປັບ​ປຸງ​​ການ​ໝູນ​ວຽນ​ຂອງ​ທຶນ ແລະ ຊ່ວຍ​ນຳ​ໃຊ້​ທຶນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ກ່​ວາ​ເກົ່າ.

ຜົນປະໂຫຍດທີ່ລູກ​ຄ້າໄດ້ຮັບ:   

  • ຕອບ​ສະ​​ໜອງ​ຄວາມ​ຕ້ອງ​ການ​ທຶນ​ໃຫ້​ແກ່​ລູກ​ຄ້າ​ຢ່າງ​ທັນ​ທີພາຍຫຼັງ​ມອບ​ສິນ​ຄ້າ.
  • ອັດ​ຕາຊື້ຫຼຸດ​ຂຶ້ນ​ເຖິງ 100% ມູນ​ຄ່າ​​ເອ​ກະ​ສານ​ແລກ​ປ່ຽນ.
  • ໄລ​ຍະ​ກູ້​ຢືມ​ເໝາະ​ສົມ.
  • ໄດ້​ຮັບ​ຄຳ​ແນະ​ນຳ​ຈາກ​ທະ​ນາ​ຄານ ໂດຍ​ບໍ່​ເສຍ​ຄ່າ​ທຳ​ນຽມກ່ຽວ​ກັບ​ການ​ປະ​ກອບ​ຊຸດ​ເອ​ກະ​ສານ.
  • ແກ້​ໄຂ​ເອ​ກະ​ສານ​ຢ່າງວ່ອງ​ໄວ.
  • ໄດ້​ຮັບ​ອັດ​ຕາ​ດອກ​ເບ້ຍ​ຊື້ຫຼຸດ​ຕ່ຳ​ກ່​ວາ​ອັດ​ຕາ​ດອກ​ເບ້ຍ​ໃຫ້​ກູ້​ຢືມ​ປົກ​ກະ​ຕິ.
  • ນຳ​ໃຊ້​ຄ່າ​ທຳ​ນຽມ​ຊຳ​ລະ​ສະ​ສາງ​ສາ​ກົນ ແລະ ​ພາຍ​ໃນ​ປະ​ເທດ​​ດ້ວຍ​ອັດ​ຕາ​ບຸ​ລິ​ມະ​ສິດ.

ເປົ້າ​ໝາຍ​ນຳ​ໃຊ້:

  • ລູກ​ຄ້າ​ແມ່ນ​ວິ​ສາ​ຫະ​ກິດ​ສົ່ງ​ອອກ​ສິນ​ຄ້າ, ​ຕອບ​ສະ​ໜອງ​ເງື່ອນ​ໄຂ​ຕາມ​ທີ່ນຳ​ນົດ​ຂອງ​ຜະ​ລິດ​ຕະ​ພັນ, ​ແມ່ນຜູ້​ໄດ້​ຮັບ​ຜົນ​ ປະ​ໂຫຍດ ແລະ ມີ​ຄວາມ​ຕ້ອງ​ການຊື້ຫຼຸດ​ເອ​ກະ​ສານ​ຂາ​ອອກ​ຕາມ​ຮູບ​ແບບ L/C.

ເອ​ກະ​ສານ:

  • ເອ​ກະ​ສານ​ນິ​ຕິ​ກຳ​ຂອງ​ລູກ​ຄ້າ.
  • ເອ​ກະ​ສານ​​ທາງ​ການ​ເງິນ​ຂອງ​ລູກ​ຄ້າ.
  • ໃບ​ສະ​ເໜີ​ຊຳ​ລະ​ເອ​ກະ​ສານ​ຮຽກ​ເກັບ.
  • ຊຸດ​ເອ​ກະ​ສານ​ສະ​ເໜີ.
  • ເອ​ກະ​ສານ​ແລກ​ປ່ຽນທີ່ໄດ້​ຮັບ​ການ​ຮັບ​ຮອງຊຳ​ລະ​ຈາກ​ລູກ​ຄ້າ (ຮຽກ​ເກັບ​ເປັນ​ງວດ).