ຊຳລະສຳລັບການຂາອອກ

ຄຸນ​ລັກ​ສະ​ນະ​ຂອງ​ຜະ​ລິດ​ຕະ​ພັນ:

ວິ​ສາ​ຫະ​ກິດ (ຝ່າຍ​ຂາຍ) ໄດ້ SHB Lao ສະ​ໜອງ​ສິນ​ເຊື່ອ​ໂດຍຜ່ານ​ການ​ຊື້​ຄືນ​​ບ້ວງ​ຕ້ອງ​ຮັບ​​ທີ່ເກີດ​ຂຶ້ນ​ຈາກ​ການ​ຂາຍ​ສິນ​ຄ້າ ​ຊຶ່ງ​ໄດ້​ຝ່າຍ​ຂາຍ ແລະ ຝ່າຍ​ຊື້​ສິນ​ຄ້າ​ຕົກ​ລົງ​ກັນ​ໃນ​ສັນ​ຍາ​ຊື້​ຂາຍ.

ຜົນປະໂຫຍດທີ່ລູກ​ຄ້າໄດ້ຮັບ:

  • ປັງ​ປຸງ​ກະ​ແສ​ເງິນ, ເພີ່ມ​ຄວາມ​ສາ​ມາດ​ດ້ານ​ສະ​ພາບ​​ຄ່ອງ.
  • ເພີ່ມ​ລາຍ​ຮັບ​ທຸ​ລະ​ກິດ​ໂດຍ​ນຳ​ໃຊ້​ນະ​ໂຍ​ບາຍ​ຂາຍ​ສິນ​ຄ້າ​ຈ່າຍ​​ເປັນ​ງວດ.
  • ຫຼຸດ​ຜ່ອນ​ຄ່າ​ບໍ​ລິ​ຫານ, ຄຸ້ມ​ຄອງ​ໜີ້​ສາ​ທາ​ລະ​ນະ.
  • ມີ​ແຫຼ່ງ​ທຶນ​ໃໝ່ ໂດຍ​ບໍ່ຂຶ້ນ​ກັບ​ບ້ວງ​ເງິນ​ກູ້​ຂອງ​ທະ​ນາ​ຄານ, ບໍ່​ຮຽກ​ຮ້ອງ​ຕ້ອງ​ມີຫຼັກ​ຊັບຄ້ຳ​ປະ​ກັນ.
  • ສະ​ໜັບ​ສະ​ໜູນ​ທຶນ​ໃນ​ອັດ​ຕາ​ສະ​ໜັບ​ສະ​ໜູນ​ສູງ, ອັດ​ຕາ​ດອກ​ເບ້ຍ​​ບຸ​ລິ​ມະ​ສິດ.
  • ຊ່ວຍ​ເຫຼືອ​​ຄຸ້ມ​ຄອງ​ບ້ວງ​ເງິນ​ຕ້ອງ​​ຮັບ ແລະ ຄຸ້ມ​ຄອງ​ກະ​ແສ​ເງິນ​ຢ່າງ​ມີ​ປະ​ສິດ​ທິ​​ຜົນ.

ເປົ້າ​ໝາຍ​ນຳ​ໃຊ້:

  • ລູກ​ຄ້າ​ແມ່ນວິ​ສາ​ຫະ​ກິດ​ສົ່ງ​ອອກ​ສິນ​ຄ້າ​ຕາມ​ສັນ​ຍາ​ຊື້​ຂາຍ​ ໂດຍ​ນຳ​ໃຊ້​ວິ​ທີ​ການ​ຊຳ​ລະ​ເປັນ​ງວດ ແລະ ໄດ້​ຮັບ​ເງິນ​ຈາກບັນ​ຊີ​ຕ້ອງ​ຮັບ​ທີ່ເກີດ​ຂຶ້ນ​ຈາກ​ການ​ຂາຍ​ສິນ​ຄ້າ.

ເອ​ກະ​ສານ:

  • ເອ​ກະ​ສານ​ນິ​ຕິ​ກຳ​ຂອງ​ລູກ​ຄ້າ.
  • ເອ​ກະ​ສານ​​ການ​ເງິນ​ຂອງ​ລູກ​ຄ້າ.
  • ໃບ​ສະ​ເໜີ​ຕາມແບບ​ຟອມ.
  • ສັນ​ຍາ​ການ​ຄ້າ​ຕ່າງ​ປະ​ເທດ.
  • ຊຸດເອ​ກະ​ສານ​ສົ່ງ​ອອກສິນ​ຄ້າ.