ທ່ານຍັງບໍ່ທັນເປີດບັນຊີຢູ່ທະນາຄານ SHB Lao
ກະລຸນາລົງທະບຽນເປີດບັນຊີ ເພື່ອທີ່ຈະໄດ້ຮັບບຸລິມະສິດພິເສດຈາກທາງທະນາຄານ SHB Lao
ຫຼືໂທສອບຖາມຂໍ້ມູນເພີ່ມເຕີມ:
SHB Lao (Head Office): +85621 968888
Champasack Branch: +85631 257167

“ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ທຶນ​ໄລ​ຍະ​ກາງ ແລະ ​​ໄລ​ຍະ​ຍາວ​ຂອງ​ລູກ​ຄ້າ ເພື່ອ​ເພີ່ມ​ທະ​ວີ, ປັບ​ປຸງ​ສະ​ມັດ​ຕະ​ພາບ, ຄວາມ​ສາ​ມາດ​ໃນ​ການ​ດຳ​ເນີນ​ທຸ​ລະ​ກິດ ໂດຍ​ຜ່ານ​ການ​ລົງ​ທຶນ​ເພີ່ມເຕີມ​, ລົງ​ທຶນ​​ທົດແທນ, ສ້ອມ​ແປງ, ​ບູ​ລະ​ນະ ແລະ ລົງ​ທຶນ​ໃໝ່

ຄຸນລັກສະນະຂອງຜະລິດຕະພັນ:

  • ປ່ອຍ​ກູ້​ຕາມ​ບ້ວງ​ເງິນ: ຕອບສະໜອງຄວາມຕ້ອງການທຶນໄລຍະກາງ ແລະ ໄລ​ຍະຍາວຂອງ​ລູກ​ຄ້າ ເພື່ອ​ເພີ່ມ​ທະ​ວີ, ປັບ​ປຸງ​ສະ​ມັດ​ຕະ​ພາບ, ຄວາມ​ສາ​ມາດ​ໃນ​ການ​ດຳ​ເນີນ​ທຸ​ລະ​ກິດ ໂດຍ​ຜ່ານ​ການ​ລົງ​ທຶນ​ເພີ່ມ​​ເຕີມ, ລົງ​ທຶນ​​ທົດແທນ, ສ້ອມ​ແປງ, ​ບູ​ລະ​ນະ ແລະ ລົງ​ທຶນ​ໃໝ່.
  • ​ປ່ອຍ​ກູ້​ຕາມ​ໂຄງ​ການ: ຕອບສະໜອງຄວາມຕ້ອງການທຶນໄລຍະກາງ ແລະ ​ໄລ​ຍະຍາວຂອງ​ລູກ​ຄ້າ ເພື່ອລົງ​ທຶນ​ໃໝ່, ຂະ​ຫຍາຍ​ກິດ​ຈະ​ການ. ນອກ​ຈາກນັ້ນ, ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ທຶນ​ຄົບ​ຊຸດ ​​ເພື່ອ​ປະ​ຕິ​ບັດ​ໂຄງ​ການ​ລົງ​ທຶນ​. ບັນ​ດາ ໂຄງ​ການ​ທີ່​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ລົງ​ທຶນ​ເຊັ່ນ: ໂຄງ​ການ​ເຂື່ອນ​ໄຟ​ຟ້າ, ​ພະ​ລັງ​ງານ, ໂຄງ​ການ​ປູກ​ຕົ້ນ​ໄມ້​ອຸດ​ສາ​ຫະ​ກຳ, ກະ​ສິ​ກຳ, ໂຮງ​ງານ​ຜະ​ລິດ​ປຸງ​ແຕ່ງ,… ບັນ​ດາ​ໂຄງ​ການ​ທີ່​ມີ​ຄວາມ​ເປັນ​ໄປ​ໄດ້ ແລະ ມີ​ປະ​ສິດ​ທິ​ພາບ.
  • ໄລຍະ​​ໃຫ້ກູ້ຢືມສູງ​ສຸດ 15 ປີ (​ຕາມຄວາມ​ສາ​ມາດຊຳລະໜີ້​​ຕົວ​ຈິງ​ຂອງ​ແຕ່​ລະ​ໂຄງ​ການ)
  • ຈຳນວນເງິນໃຫ້ກູ້ສູງ​ສຸດເຖິງ 70% ມູນ​ຄ່າ​ລົງ​ທຶນ​ທັງ​ໝົດ.

ຜົນປະໂຫຍດທີ່​ລູກ​ຄ້າໄດ້ຮັບ:

  • ​ສ້າງໄມ້​ງັດ​​ທາງການ​ເງິນ, ແກ້​ໄຂ​ການ​ຂາດ​ທຶນ​ຮອນ​ໄລ​ຍະ​ຍາວ.
  • ສິນ​ເຊື່ອ​ໄລ​ຍະ​ກາງ ແລະ ໄລຍະຍາວ​ມີ​ຂໍ້ດີຄື: ລູກຄ້າສາມາດຮັກສາກຳມະສິດຕໍ່ຊັບສິນຂອງຕົນໃນໄລຍະກູ້ຢືມ ເມື່ອ​ທຽບ​ກັບ​ການ​ເຊົ່າ​ຊື້​ດ້ານ​ການ​ເງິນ
  • ອັດຕາດອກເບ້ຍເໝາະສົມ ແລະ ແຂ່ງ​ຂັນ.
  • ປ່ອຍ​ກູ້​ຕາມ​ໂຄງ​ການ:

​ໄລຍະກູ້ຢືມເໝາະສົມ, ໄລ​ຍະ​ປອດໜີ້ຕົ້ນ ແລະ ຊຳ​ລະ​ໜີ້​ເໝາະສົມ​ກັບ​ກະ​ແສ​ເງິນ​ຂອງ​ໂຄງ​ການ/ວິ​ສາ​ຫະ​ກິດ.

  • ໄດ້​ປອດໜີ້ຕົ້ນ​ໃນ​​ໄລ​ຍະ​ຜັນ​ຂະ​ຫຍາຍ​ໂຄງ​ການ ເພື່ອຫຼຸດ​ຜ່ອນ​ຄວາມ​ກົດ​ດັນ​ໃນ​ການ​ຊຳ​ລະ​ໜີ້.
  • ​ສາ​ມາດຖອນເງິນກູ້ໄດ້ຫຼາຍແບບ: ຖອນຄັ້ງດຽວ ຫຼື ຫຼາຍຄັ້ງຕາມຄວາມຄືບໜ້າຂອງວຽກ.
  • ສາມາດຄ້ຳປະກັນດ້ວຍຫຼັກຊັບທີ່ໄດ້ມາຈາກການກູ້ຢືມເງິນ.​

ເປົ້າ​ໝາຍ​ລູກ​ຄ້າ:

  • ​ທຸກໆ​​ບໍ​ລິ​ສັດທີ່​ສ້າງ​ຕັ້ງ ແລະ ເຄື່ອນ​ໄຫວ​ຕາມ​ລະ​ບຽບ​ກົດ​ໝາຍ​ຂອງ ສ​ປ​ປ ລາວ ​ທີ່ມີ​ຄວາມ​ຕ້ອງ​ການ​ນຳ​ໃຊ້​ຜະ​ລິດ​ຕະ​ພັນ.

ເອ​ກະ​ສານ:

  • ເອ​ກະ​ສານ​ກູ້​ຢືມ​ແມ່ນ​​ປະ​ກອບຕາມ​ລະ​ບຽບ​ການ​ຂອງ SHB Lao