ແຈ້ງການເຊີນເຂົ້າຮ່ວມປະມູນຮັບເໝົາ

1. ທະນາຄານ ໄຊງ່ອນ-ຮ່າໂນ້ຍ ລາວ ຈຳກັດ (ຕໍ່ໃປນີ້ເອີ້ນວ່າຝ່າຍເຊີນເຂົ້າຮ່ວມປະມູນຮັບເໝົາ) ມີແຜນການຈັດຕັ້ງປະມູນກໍ່ສ້າງ “ສ້ອມແປງ ແລະ ຕໍ່ເຕີມສຳນັກງານສາຂາ ສະຫວັນນະເຂດ ໃນເຄືອ ທະນາຄານ SHB ລາວ ຈຳກັດ” ເຊີ່ງນອນຢູ່ໃນໂຄງການ ສ້ອມແປງ ແລະ ຕໍ່ເຕີມສຳນັກງານທະນາຄານ SHB ລາວ ຈຳກັດ – ສາຂາ ສະຫວັນນະເຂດ, ສະຖານທີ່ກໍ່ສ້າງຢູ່ : ຖະໜົນ ສີສະຫວ່າງວົງ, ໜ່ວຍ 25, ບ້ານລັດຕະນະລັງສີເໜືອ, ນະຄອນໄກສອນ ພົມວິຫານ, ແຂວງ ສະຫວັນນະເຂດ, ສປປ ລາວ.
2. ຝ່າຍເຊີນເຂົ້າຮ່ວມປະມູນຮັບເໝົາ ຂໍຮຽນເຊີນໜ່ວຍງານຕ່າງໆທີ່ມີເງື່ອນໄຂ, ຄວາມສາມາດຄົບຖ້ວນ ແລະ ສົນໃຈໜ້າວຽກຂ້າງເທິງ ເຂົ້າຮ່ວມປະມູນ.
3. ບັນດາໜ່ວຍງານທີ່ຕ້ອງການເຂົ້າຮ່ວມ ຈະໄດ້ຮັບເອກສານຟຼີ.
4. ໜ່ວຍງານໃດສົນໃຈ ສາມາດສຶກສາລາຍລະອຽດຜ່ານ:
– ເວບໄຊທ໌: www.shb.la.
– ທະນາຄານ ໄຊງ່ອນ-ຮ່າໂນ້ຍ ລາວ ຈຳກັດ : ທ່ານ ເລິມ ກ໋ວກ ເຖ, ໂທລະສັບ: 00856 20 91036868.
5. ກຳນົດເວລາແຈກເອກະສານ ນັບແຕ່ວັນທີ 17/05/2018 ເຖິງ ເວລາ 17 ໂມງ ວັນທີ 30/05/2018
6. ເອກະສານປະມູນຕ້ອງສົ່ງໃຫ້ທະນາຄານ ໄຊງ່ອນ-ຮ່າໂນ້ຍ ລາວ ຈຳກັດ ຕາມທີ່ຢູ່ທີ່ໄດ້ລະບຸໃວ້ຂ້າງເທິງ ຊ້າສຸດບໍ່ໃຫ້ກາຍ 17 ໂມງ ວັນທີ 30/05/2018. ເອກະສານປະມູນແມ່ນຕ້ອງມີຜົນສັກສິດພາຍໃນກຳນົດເວລາ 90 ວັນ ນັບແຕ່ມື້ປິດການປະມູນຮັບເໝົາ.

ທະນາຄານ ໄຊງ່ອນ-ຮ່າໂນ້ຍ ລາວ ຈຳກັດ