ທ່ານຍັງບໍ່ທັນເປີດບັນຊີຢູ່ທະນາຄານ SHB Lao
ກະລຸນາລົງທະບຽນເປີດບັນຊີ ເພື່ອທີ່ຈະໄດ້ຮັບບຸລິມະສິດພິເສດຈາກທາງທະນາຄານ SHB Lao
ຫຼືໂທສອບຖາມຂໍ້ມູນເພີ່ມເຕີມ:
SHB Lao (Head Office): +85621 968888
Champasack Branch: +85631 257167

ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ກູ້​ຢືມ​ທຶນ​ໝູນ​ວຽນ​ຂອງວິ​ສາ​ຫະ​ກິດ​ຢ່າງ​ທ່ວງ​ທັນ ແລະ ພຽງ​ພໍ​ກັບ​ໂອ​ກາດ​ດຳ​ເນີນ​ທຸ​ລະ​ກິດ”

ຄຸນລັກສະນະຂອງຜະລິດຕະພັນ:

  • ໃຫ້​ກູ້​ຢືມ​ຕາມ​ບ້ວງ:
  • ​ໄລ​ຍະ​ກູ້​ຢືມ​ແຕ່ 1 ຫາ 12 ເດືອນ;
  • ເໝາະ​ສົມ​ກັບ​ວິ​ສາ​ຫະ​ກິດ​ທີ່​ມີ​ຄວາມ​ຕ້ອງ​ການ​ທຶນບໍ່​ເປັນ​ປະ​ຈຳ ຫຼື ກູ້​ຢື​ມ​ທີ່​ມີ​ລັກ​ສະ​ນະຕາມ​ລະ​ດູ.
  • ແຕ່​ລະ​ຄັ້ງ​ມີ​ຄວາມ​ຕ້ອງ​ການ​ທຶນ, ທ່ານ​ຕ້ອງ​ປະ​ກອບ​ເອ​ກະ​ສານ 01 ຊຸດ.
  • ​ວິ​ທີ​ການ​ຊຳ​ລະ​ໜີ້: ດອກເບ້ຍຊຳລະໃນແຕ່ລະເດືອນ, ຕົ້ນທຶນຊຳລະໃນ​ທ້າຍງວດ.
  • ​ປ່ອຍ​ກູ້​ຕາມວົງ​ເງິນສິນ​ເຊື່ອ:
  • ວິ​ສາ​ຫະ​ກິດ​ຕ້ອງ​ປະ​ກອບ​ເອ​ກະ​ສານ​ 01 ຊຸດ​​ສຳ​ລັບຫຼາຍ​ບ້ວງ​ເງິນ​ກູ້​ໃນໄລ​ຍະ​ຮອບ​ວຽນ​ທຸ​ລະ​ກິດ (ສູງ​ສຸດ​ບໍ່​ເກີນ 12 ເດືອນ) ຂອງ​ຕົນ. ວິ​ສາ​ຫະ​ກິດ​ສາ​ມາດ​ຖອນ ແລະ ຊຳ​ລະ​​ເງິນ​ກູ້​ເປັນຫຼາຍ​ຄັ້ງ (ແຕ່​ລະ​ຄັ້ງ​ຖອນ​ທຶນວິ​ສາ​ຫະ​ກິດ​ຕ້ອງແຈ້ງ ເອກະສານຢັ້ງຢືນ​ຈຸດ​ປະ​ສົງ​ນຳ​ໃຊ້​ທຶນ​​ເໝາະ​ສົມ​ກັບ​ຄວາມ​ຕ້ອງ​ການ​ກູ້​ທຶນ​ທີ່​ໄດ້​ຕົກ​ລົງ​ກັນ​ໃນ​ສັນ​ຍາ​ສິນ​ເຊື່ອ) ໃນ​ໄລ​ຍະ​ກູ້​ທຶນ.
  • ວິ​ສາ​ຫະ​ກິດ​ສາ​ມາດ​ເປັນ​ເຈົ້າ​ການໃນ​ການ​ຈັດ​ການ​ເງິນ​ກູ້ເມື່ອ​ໄດ້​ຮັບ​ວົງ​ເງິນ​ສິນ​ເຊື່ອ.
  • ​ເໝາະ​ສົມ​ກັບ​ວິ​ສາ​ຫະ​ກິດ​ທີ່​ມີ​ຄວາມ​ຕ້ອງ​ການ​ທຶນເປັນ​ປະ​ຈຳ, ຮອບ​ວຽນ​ຂອງ​ທຶນ​ໝູນ​ວຽນ​ໄວ.
  • ວິ​ທີ​ການ​ຊຳ​ລະ​ໜີ້: ດອກເບ້ຍຊຳລະໃນແຕ່ລະເດືອນ, ຕົ້ນທຶນຊຳລະໃນ​ທ້າຍ​ງວດ​ຂອງ​ແຕ່​ລະ​ຄັ້ງ​ທີ່​ຮັບ​ໜີ້.

ຜົນປະໂຫຍດທີ່​ລູກ​ຄ້າໄດ້ຮັບ:

  • ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ກູ້​ຢືມ​ທຶນ​ໝູນ​ວຽນ​ຂອງວິ​ສາ​ຫະ​ກິດ​ຢ່າງ​ທ່ວງ​ທັນ ແລະ ພຽງ​ພໍ​ກັບ​ໂອ​ກາດ​ດຳ​ເນີນ

​ທຸ​ລະ​ກິດ

  • ໄລ​ຍະ​ກູ້​ຢືມ​ທຶນ​ໝູນ​ວຽນ ແລະ ຊຳ​ລະ​ຕົ້ນ​ທຶນ, ດອກ​ເບ້ຍ​ສອດ​ຄ່ອງ​ກັບ​ຮອບ​ວຽນ​ການ​ຜະ​ລິດ​ທຸ​ລະ​ກິດ.
  • ໄດ້​ຮັບ​ຄຳ​ປຶກ​ສາ​ກ່ຽວ​ກັບ​ວິ​ທີ​ການ​ແກ້​ໄຂ​ດ້ານ​ການ​ເງິນ​ໃຫ້​ເໝາະ​ສົມ​​ກັບ​ຄວາມ​ຕ້ອງ​ການ​ກູ້​ຢືມທຶນ​ຂອງວິ​ສາ​ຫະ​ກິດ.
  • ອັດ​ຕາ​ດອກ​ເບ້ຍ​ເໝາະ​ສົມ ແລະ ແຂ່ງ​ຂັນ.

ເປົ້າ​ໝາຍ​ນຳ​ໃຊ້:

  • ທຸກໆ​​ບໍ​ລິ​ສັດທີ່​ສ້າງ​ຕັ້ງ ແລະ ເຄື່ອນ​ໄຫວ​ຕາມ​ລະ​ບຽບ​ກົດ​ໝາຍ​ຂອງ ສ​ປ​ປ ລາວ ​ທີ່ມີ​ຄວາມ​ຕ້ອງ​ການ​ນຳ​ໃຊ້​ຜະ​ລິດ​ຕະ​ພັນເງິນ​ກູ້.

ເອ​ກະ​ສານ:

  • ເອ​ກະ​ສານ​​ກູ້​ຢືມ​ແມ່ນປະ​ກອບຕາມ​ລະ​ບຽບ​ການ​ຂອງ SHB Lao