ໂອກາດອາຊີບ ແລະ ການງານຢູ່ SHB ລາວ

ສະເພາະພວກຂ້າພະເຈົ້າ

​ສຸມກໍາລັງຢ່າງເຕັມທີ່, SHB Lao ສູ້ຊົນໃຫ້ກາຍ​ເປັນ​ທະ​ນາ​ຄານ​ທັນ​ສະ​ໄໝດ້ວຍການ​ບໍ​ລິ​ການທີ່ຫຼາກຫຼາຍໃນແຖວ​ໜ້າ​ຢູ່​ລາວ ແລະ ​ຮອດ​ປີ 2020 ​ໃຫ້​ກາຍ​ເປັນສະ​ຖາ​ບັນ​ການ​ເງິນ​ໜຶ່ງ​ທີ່​ເຂັ້ມ​ແຂງຕາມ​ມາດ​ຕະ​ຖານ​ສາ​ກົນ.

​ສ້າງ SHB Lao ໜຸ່ມ​ແໜ້ນ, ຫ້າວຫັນ, ແວດ​ລ້ອມ​ເຮັດ​ວຽກ​ແບບ​ມື​ອາ​ຊີບ, ມີ​ຄວາມ​ເຊື່ອ​ຖື.
ພັດ​ທະ​ນາ ແລະ ມີ​ຄວາມ​ເອກ​ອ້າງທະ​ນົງ​ຕົວ​ຕໍ່​ເອ​ກະ​ລັກສະເພາະທາງວັດທະນະທໍາ​ຂອງ SHB ​ປະດິດສ້າງ​ຂຶ້ນ, ມີ​ຄວາມ​ສາ​ມັກ​ຄີ, ສ້າງ​ໂອ​ກາດ​ພັດ​ທະ​ນາ​ໃຫ້​ແກ່ພະ​ນັກ​ງານທຸກ​ຄົນ,​ ເຊີດ​ຊູ​ພະ​ນັກ​ງານ​ທີ່​ມີ​ຜົນ​ງານ​ດີ​ເດັ່ນ.

SHB Lao ​ເປັນຄອບຄົວຮ່ວມສາຍຄາດຽວ ​ຊຶ່ງໃນນີ້ມີວັດ​ທະ​ນະ​ທຳ SHB Lao ເປັນ​ປັດ​ໃຈ​ທີ່​ຕິດ​ພັນ​ກັບ​ແນວ​ຄິດ​ຈິດ​ໃຈ​ຂອງ​ພະ​ນັກ​ງານທົ່ວ​ລະ​ບົບ, ປະ​ກອບ​ສ່ວນສ້າງ​ແຜນ​ຍຸດ​ທະ​ສາດຄຸ້ມ​ຄອງ ແລະ ກໍ່​ສ້າງ​ຖັນ​ແຖວ​ພະ​ນັກ​ງານ​ມື​ອາ​ຊີບ, ຮັບ​ປະ​ກັນ​ການ​ເຄື່ອນ​ໄຫວ​ຄ່ອງ​ຕົວ, ມີ​ປະ​ສິດ​ທິ​ຜົນ ແລະ ຕໍ່​ເນື່ອງໃນ​ທົ່ວ​ລະ​ບົບ​ຂອງ SHB Lao.

ເປັນ​ຫຍັງ​ຈຶ່ງ​ເລືອກ SHB? 

ມີນະ​ໂຍ​ບາຍ​​ຮັບ​ສະ​ໝັກພະ​ນັກ​ງານຢ່າງ​​ເປີດ​ເຜີຍ, ໂປ່ງ​ໃສ ແລະ ພາ​ວະ​ວິ​ໄສ.

ສຸມທຸກເຫື່ອແຮງ ແລະ ສະຕິປັນຍາ​ເພື່ອ​ຍົກ​ສູງ​ກຳ​ລັງແຮງໃນ​ການ​ເຮັດ​ວຽກ ແລະ ຄວາມ​ສາ​ມາດ​ໃຫ້​ແກ່​       ພະ​ນັກ​ງານທຸກຄົນ. ​

ເປັນທະ​ນາ​ຄານ​ນຳ​ໜ້າ​ໃນ​ການ​​ປະ​ດິດ​ຄິດສ້າງ, ພັດ​ທະ​ນາ​ນະ​ໂຍ​ບາຍລະບອບອຸດໜູນທີ່​ເໝາະ​ສົມ ​ເພື່ອ​ດຶງ​ດູດເອົາ ບຸກຄະລະກອນທີ່ເກັ່ງ.

ຖ້າ​ທ່ານ​ມີ​ຄວາມ​ເຊື່ອ​ໝັ້ນ, ທະ​ນາ​ຄານ​ພວກ​ເຮົາ​ພ້ອມ​ແລ້ວ​ທີ່​ຈະ​ສ້າງ​ຝັນ​ຂອງ​ທ່ານ​ໃຫ້​ເປັນ​ຈິງ

 ນະ​ໂຍ​ບາຍ​ຮັບສະ​ໝັກ​ພະ​ນັກ​ງານ 

ນະ​ໂຍ​ບາຍຮັບ​ສະ​ໝັກພະ​ນັກ​ງານ​ຢ່າງ​​ເປີດ​ເຜີຍ, ໂປ່ງ​ໃສ ແລະ ພາ​ວະ​ວິ​ໄສ

​ນີ້​ເປັນ​ປັດ​ໄຈ​ທີ່​ສຳ​ຄັນ​ຊ່ວຍ​ໃຫ້ SHB ຊອກ​ຫາ​ໄດ້​ຜູ້​ສະ​ໝັກ​ວຽກ​ທີ່​ມີ​ຄວາມ​ສາ​ມາດ, ມີ​ມື​ອາ​ຊີບ​ທີ່​ດີ, ​ມີ​ປະ​ສົບ​ການ ສຳ​ລັບ​ຕຳ​ແໜ່ງ​ທີ່​ຮັບ​ສະ​ໝັກ​​ພະ​ນັກ​ງານ, ຄຽງ​ຂ້າງນັ້ນ​ຍັງ​ແຕ່ງ​ຕັ້ງ​ສະ​ພາ​​ຮັບສະ​ໝັກ​​ພະ​ນັກ​ງານ ເພື່ອ​ຕີ​ລາ​ຄາ​ຢ່າງ​ຊັດ​ເຈນ ຫຼື ສ້າງ​ມາດ​ຕະ​ຖານ​ຈະ​ແຈ້ງ​ກ່ຽວ​ກັບ​ລະ​ດັບ​ຄວາມ​ຮູ້ ແລະ ທັກ​ສະໂດຍ​ອີງ​ໃສ່​ມາດ​ຕະ​ຖານ​ວິ​ຊາ​ອາຊີບ ເພື່ອ​ເປັນ​ບ່ອນ​ອີງ​ໃນ​ຂະ​ບວນ​ການ​ຮັບ​ສະ​ໝັກ​ພະ​ນັກ​ງານ.

ສະ​ພາບ​ແວດ​ລ້ອມ​ເຮັດ​ວຽກ

ສະ​ພາບ​ແວດ​ລ້ອມ​ເຮັດ​ວຽກ​ແບບ​ມື​ອາ​ຊີບ, ທັນ​ສະ​ໄໝ ແລະ ເປັນ​ກັນ​ເອງ;

ໃນນີ້ທ່ານສາມາດ​ເປັນ​ເຈົ້າ​ການ​ຕໍ່ວຽກງານ​ທີ່​ໄດ້​ຮັບມອບ​ໝາຍ ແລະ ​ເຮັດ​ວຽກ​ຢ່າງ​ມີ​ປະ​ສິດ​ທິ​ຜົນທີ່ສຸດ;

ທ່ານ​ຈະ​ມີ​ໂອ​ກາດ​ເຂົ້າ​ຮ່ວມຫຼາຍໜ້າວຽກ ຖ້າຫາກ​ທ່ານ​ມີ​ຄວາມ​ສາ​ມາດ ແລະ ​ຮັກວຽກ​ງານ;

ມີຄວາມສົມດຸນລະຫວ່າງ​ຊີ​ວິດການເປັນຢູ່ກັບວຽກ​ງານ

ໂອ​ກາດທີ່ຈະປະສົບຜົນສໍາເລັດ

ເປັນ​ທະ​ນາ​ຄານໜຶ່ງທີ່​ເປີດ​ເຜີຍ ແລະ ທັນ​ສະ​ໄໝ, ເວລາ​ໃດ​ກໍ​ຖື​ເອົາ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ເປັນ​ຊັບສົມບັດອັນລໍ້າຄ່າ, SHB Lao ​ຖື​ປັດ​ໄຈບຸກຄະລະກອນ​ເປັນສູນກາງໃຫ້ແກ່​ການ​ພັດ​ທະ​ນາ​ລວມ​ຂອງ​ທະ​ນາ​ຄານ. ດັ່ງ​ນັ້ນ, SHB Lao ​ຍາມໃດ​ກໍ​ສ້າງ​ທຸກເງື່ອນ​ໄຂ ເພື່ອເຮັດ​ໃຫ້​ພະ​ນັກ​ງານແຕ່​ລະຄົນ​ມີ​ໂອ​ກາດ​ເສີມ​ຂະ​ຫຍາຍ​ຄວາມ​ສາ​ມາດ​ຂອງ​ຕົນ​ໃນ ​​ແຕ່ລະໜ້າ​ວຽກທີ່​ໄດ້​ຮັບມອບ​ໝາຍ ກໍ​ຄື​ພັດ​ທະ​ນາ​ວິ​ຊາອາ​ຊີບ​ຂອງ​ຕົນ. ສຳ​ລັບ SHB Lao​ ແລ້ວ, ພະ​ນັກ​ງານ​ທຸກ​ຄົນ​ລ້ວນ​ແຕ່​ມີໂອ​ກາດ​ໄດ້​ຮັບ​ການ​ກໍ່ສ້າງ ແລະ ພັດ​ທະ​ນາ​ຄື​ກັນໝົດເລັ່ງໃສ່ຄາດໝາຍ​ລວມ: ​ເພື່ອເຮັດໃຫ້ SHB Lao ມີ​ຄວາມ​ໝັ້ນ​ຄົງ​ ແລະ ພັດ​ທະ​ນາ​ແບບຍືນຍົງ!

ລະບອບອຸດໜູນ

  • ເງິນ​ເດືອນພື້ນຖານ​​ແຕ່​ລະ​ເດືອນໂດຍມີການ​ແຂ່ງ​ຂັນ;
  • ມີ​ເງິນໂບນັດຕາມ​ວັນ​ບຸນເທດສະການ​ຕ່າງໆ​ຂອງລາວ ແລະ ​ຫວຽດ​ນາມ;
  • ​ມີຄ່າ​ປະ​ກັນ​ສຸ​ຂະ​ພາບ, ຄ່າ​ປະ​ກັນ​ສັງ​ຄົມ;
  • ມີການໄປທັດສະນະ, ທ່ອງທ່ຽວ, ເຄື່ອນໄຫວກິລາ, ພົບປະແລກປ່ຽນສີລະປະວັນນະຄະດີ;
  • ​ມີຂອງຂວັນວັນເກີດ, ໄປຢ້ຽມຢາມເມື່ອມີການເຈັບໄຂ້ໄດ້ປ່ວຍ,…