ໃຫ້ຄຳໝັ້ນສັນຍາຈະຊັບຊ້ອນການເງິນ

ຊ່ວຍລູກຄ້າໃນກໍລະນີທີ່ຈຳເປັນຕ້ອງໃຫ້ຄຳໝັ້ນສັນຍາຈະຊັບຊ້ອນການເງິນ/ ໄດ້​ຮັບ​ການ​ສະໜັບສະໜູນ ແຫຼ່ງທຶນ.

  • ເປັນວຽກທີ່ SHB Lao ອອກ​ໜັງ​ສື​ໃຫ້ຄຳໝັ້ນສັນຍາຈະຊັບຊ້ອນການເງິນແກ່ລູກຄ້າໃນການ ເຄື່ອນໄຫວປະມູນ, ຂໍໃບອະນຸຍາດລົງທຶນ, ເຂົ້າ​ຮ່ວມລົງທຶນໃນທຸລະກິດຮ່ວມ, ເຊື່ອມຕໍ່ ແລະ ບັນດາຈຸດປະສົງອື່ນທີ່ສອດຄ່ອງຕາມ​ລະ​ບຽບກົດໝາຍ.

ຜົນປະໂຫຍດຕໍ່​ກັບວິສາຫະກິດ

  • ສະໜອງເຄື່ອງມືຊ່ວຍໜູນດ້ານການເງິນ ໃຫ້​ແກ່​ລູກ​ຄ້າດ້ວຍຫຼາຍຮູບແບບ ແລະ ມີ​ໝາກ​ຜົນ​ຕົວ​ຈີງ.
  • ເມື່ອລູກຄ້າຕອບສະໜອງບັນດາເງື່ອນໄຂກູ້ຢືມຢ່າງພຽງພໍ ຈະໄດ້ຮັບບູລິມະສິດໃນການພິຈາລະນາອອກ ສິນເຊື່ອໃນອະນາຄົດ
  • ເອກະສານຂັ້ນຕອນງ່າຍດາຍ, ຄ່າທຳນຽມແຂ່ງຂັນ

ເປົ້າໝາຍລູກຄ້າ

  • ລູກຄ້າເຂົ້າຮ່ວມການປະມູນ ເຊິ່ງໃນເອກະສານປະມູນກຳນົດວ່າຜູ້ປະມູນຕ້ອງມີການໃຫ້ຄຳໝັ້ນສັນຍາຈະ ຊັບຊ້ອນການເງິນ/ໄດ້​ຮັບ​ການ​ສະໜັບສະໜູນແຫຼ່ງທຶນ.
  • ລູກຄ້າຮ່ວມການຂໍໃບອະນຸຍາດລົງທຶນ ເຊິ່ງໃນເອກະສານຮຽກຮ້ອງໃຫ້ມີຄຳໝັ້ນສັນຍາຈະສະໜັບສະໜູນ ທຶນ ເພື່ອປະຕິບັດໂຄງການລົງທຶນທີ່ໄດ້ຮັບຮອງ.
  • ລູກຄ້າຮ່ວມການດຳເນີນທຸລະກິດຮ່ວມ, ເຊື່ອມຕໍ່, ເຊື້ອເຊີນບັນດາຄູ່ຮ່ວມທຸລະກິດລົງທຶນຕ້ອງຢັ້ງຢືນຖານະ ການເງິນເພື່ອປະຕິບັດວິທີການລົງທຶນ/ດຳເນີນທຸລະກິດ
  • ລູກຄ້າມີຈຸດປະສົງອື່ນທີ່ຖືກຕ້ອງຕາມກົດໝາຍ

ຈຸດພິເສດ

  • ສະກຸນເງິນທີ່ໃຫ້ຄຳໝັ້ນສັນຍາຈະຊັບຊ້ອນການເງິນເປັນເງິນກີບ ແລະ ເງິນຕາຕ່າງປະເທດຕ່າງໆ (ໂດຍປະຕິບັດຕາມກົດໝາຍຂອງ ສປປ ລາວ ກ່ຽວກັບການຄຸ້ມຄອງເງິນຕາຕ່າງປະເທດ)
  • ລະດັບການໃຫ້ຄຳໝັ້ນສັນຍາຈະຊັບຊ້ອນການເງິນຕາມຄວາມຕ້ອງການທຶນ ທີ່ຈຳເປັນຕ້ອງຊັບຊ້ອນຂອງ ໂຄງການລົງທຶນ, ຈຳນວນທຶນທີ່ມີຂອງລູກຄ້າ
  • ກຳນົດເວລາຜົນສັກສິດຂອງຄຳໝັ້ນສັນຍາຈະສະໜັບສະໜູນ ແມ່ນອີງຕາມຄວາມຕ້ອງການຂອງລູກຄ້າ ແລະ ເວລາປະຕິບັດການລົງທຶນ

ເອກະສານລົງທະບຽນ

 ເອກະສານຕາມລະ​ບຽບການຂອງ SHB Lao

  • ກະລຸນາຕິດຕໍ່ພົວພັນກັບສາຂາ SHB Lao ທີ່ໃກ້ທີ່ສຸດ ຫຼື ຕິດຕໍ່ພົວພັນກັບຫ້ອງການທຸລະກິດຂອງ SHB Lao ເພື່ອໄດ້ຮັບຄຳປຶກສາ.