ທ່ານຍັງບໍ່ທັນເປີດບັນຊີຢູ່ທະນາຄານ SHB Lao
ກະລຸນາລົງທະບຽນເປີດບັນຊີ ເພື່ອທີ່ຈະໄດ້ຮັບບຸລິມະສິດພິເສດຈາກທາງທະນາຄານ SHB Lao
ຫຼືໂທສອບຖາມຂໍ້ມູນເພີ່ມເຕີມ:
SHB Lao (Head Office): +85621 968888
Champasack Branch: +85631 257167

“ບັນ​ຊີ​ເງິນ​ຝາກ​ກະ​ແສ​ລາຍ​ວັນ​ຊ່ວຍ​ໃຫ້​ທ່ານ​ເປັນ​ເຈົ້າ​ການ​ໃນ​ການ​ເຮັດທຸ​ລະ​ກຳ​​ເງິນ​ສົດ​ຂອງ​ທ່ານເອງຢ່າງວ່ອງ​ໄວ ແລະ ສະ​ດວກ”

ເນື້ອ​ໃນ​ຕົ້ນ​ຕໍ​ຂອງຜະລິດຕະພັນ

  • ນຳ​ໃຊ້​ສຳ​ລັບທຸກທ່ານທີ່ເປັນພົນລະເມືອງລາວ ຫຼື ຄົນຕ່າງປະເທດ, ​ ອົງ​ການເສດ​ຖະ​ກິດ​ທີ່​ຕ້ອງ​ການ​ເປີດ​ບັນ​ຊີ​ກະ​ແສ​ລາຍ​ວັນ​ຢູ່ SHB Lao.
  • ປະເພດສະກຸນເງິນຝາກມີ: LAK, USD, THB
  • ທ່ານຈະ​ໄດ້​ຮັບ​ດອກ​ເບ້ຍ​​ເງິນຝາກ​ປະ​ຢັດ ຕາມອັດຕາດອກເບ້ຍທີ່​ SHB Lao ໄດ້ປະ​ກາດ​​​ນຳ​ໃຊ້​ທີ່​ປ່ອງ​ ບໍ​ລິ​ການໃນແຕ່​ລະ​ໄລ​ຍະ.

ຜົນປະໂຫຍດທີ່ລູກຄ້າຈະໄດ້ຮັບ

  • ເຮັດທຸລະກຳເງິນສົດ ຫຼື ບໍ່ແມ່ນເງິນສົດ ໄດ້ຢ່າງວ່ອງໄວດ້ວຍຂັ້ນຕອນທີ່ງ່າຍດາຍ.

ຄຸນລັກສະນະຂອງຜະລິດຕະພັນ:

  • ​ໃຊ້​ເພື່ອຖອນ ຫຼື ມອບເງິນເຂົ້າບັນຊີໄດ້​ທຸກ​ເວ​ລາຕາມ​ຄວາມ​ຕ້ອງ​ການ.
  • ໃຊ້​ເພື່ອ​ໂອນ​ເງິນ, ທຸລະກຳຕ່າງໆ ແລະ ຊຳລະສະ​ສາງ​ໂດຍ​ກົງ​​ທີ່​ປ່ອງ​ບໍ​ລິ​ການ ຫຼື ​ຜ່ານ E-Banking
  • ໄດ້ນຳໃຊ້ບໍລິການຕ່າງໆຂອງບັນຊີຢ່າງສະດວກຜ່ານ E-Banking
  • ທ່ານ​ຕ້ອງ​ເສຍ​​ພັນ​ທະອາ​ກອນ​ລາຍ​ຮັບ​ ແລະ ອາ​ກອນ​ປະ​ເພດ​ອື່ນໆ (ຖ້າ​ມີ) ຕາມ​ລະ​ບຽບ​ກົດ​ໝາຍ​ຂອງ​ ສ​ປ​ປ ລາວ

ເອ​ກະ​ສານ​:

  • ຝາກເງິນ: ໃຫ້ທ່ານແຈ້ງເອກະສານຢັ້ງຢືນຕົນທີ່​ຍັງ​ມີ​ຜົນ​ສັກ​ສິດ​ນຳ​ໃຊ້ເຊັ່ນ: ​ບັດປະຈຳຕົວ, ໜັງ​ສື​ຜ່ານ​ແດນ,… (ສຳ​ລັບ​​ລູກ​ຄ້າ​ເປັນ​ຄົນ​ລາວ) ຫຼື ໜັງ​ສື​ຜ່ານ​ແດນຄັດ​ຕິດ​ວີ​ຊາ​ເຂົ້າ​ເມືອງ ຫຼື ເອ​ກະ​ສານຢັ້ງ​ຢືນໄດ້ ຮັບຍົກ​ເວັ້ນວີ​ຊາ (ສຳ​ລັບ​​ລູກ​ຄ້າ​ເປັນ​ຄົນ​ຕ່າງ​ປະ​ເທດ) ແລະ ປ້ອນ​ຂໍ້​ມູນ​ໃສ່ໃບ​ຝາກ​ເງິນ​ຂອງ SHB Lao ໃຫ້​ຄົບ​ຖ້ວນ, ຕື່ມລາຍລະອຽດໃສ່ໃບມອບເງິນ ແລະ ມອບເງິນ.
  • ຖອນເງິນ: ໃຫ້ທ່ານແຈ້ງເອກະສານຢັ້ງຢືນຕົນ (ບັດປະຈຳຕົວ/ໜັງ​ສື​ຜ່ານ​ແດນ) ທີ່​ຍັງ​ມີ​ຜົນ​ສັກ​ສິດ​ນຳ​ໃຊ້ ແລະ ປ້ອນ​ຂໍ້​ມູນ​ໃສ່ໃບ​​ຖອນ​ເງິນ​ໃຫ້​ຄົບ​ຖ້ວນ. ລາຍ​ເຊັນ​ໃນ​ໃບ​ຖອນ​ເງິນ​ຕ້ອງ​ຄື​ກັນ​ກັບ​ລາຍ​ເຊັນ​ທີ່​ລົງ​ທະ​ບຽນ ​ຕອນ​ຝາກ​ເງິນ​ຢູ່ SHB Lao​.