ຄ້ຳປະກັນການຊຳລະພາສີອາກອນ

SHB Lao ຄ້ຳປະກັນໃຫ້ແກ່ລູກຄ້າຕໍ່ອົງການພາສີ/ ອາກອນ ກ່ຽວກັບການປະຕິບັດການເສຍພາສີອາ​ກອນ

  • ເປັນຄຳໝັ້ນສັນຍາຂອງ SHB Lao ກັບອົງການພາສີ/ ອາກອນ SHB Lao ຈະປະຕິບັດ ການເສຍພາສີ ອາ​ກອນແທນລູກຄ້າໃນກໍລະນີລູກຄ້າບໍ່ປະຕິບັດ ຫຼື ປະຕິບັດພັນທະຂອງຕົນຢ່າງບໍ່ເຕັມສ່ວນ.

ຜົນປະໂຫຍດຕໍ່​ກັບວິສາຫະກິດ

  • ຄ້ຳປະກັນການຊຳລະພາສີອາກອນ ເພື່ອຮັບໃຊ້ຄວາມຕ້ອງການຊຳລະພາສີອາກອນຊັກຊ້າຂອງບັນດາວິສາ ຫະກິດ ເມື່ອປະຕິບັດການເສຍພາສີອາກອນຂາອອກ/ຂາເຂົ້າ, ພາສີບໍລິໂພກພິເສດ ແລະ ພາສີມູນຄ່າເພິ່ມ ສຳລັບສິນຄ້າຂາອອກ/ຂາເຂົ້າ
  • ຫຼຸດຜ່ອນເວລາເກັບສິນຄ້າຢູ່ອົງການພາສີອາກອນ
  • ລູກຄ້າສາມາດເປັນເຈົ້າການດ້ານແຫຼ່ງທຶນເພື່ອຊຳລະ ແລະ ເວລາປະຕິບັດພັນທະພາສີອາກອນ
  • SHB ໃຫ້ບູລິມະສິດຄ່າທຳ​ນຽມຄໍ້າປະກັນ ແລະ ອັດຕາສ່ວນເງິນມັດຈຳຕໍ່າ ເພື່ອ​ໃຫ້ບັນດາວິສາຫະກິດນຳ​ໃຊ້​ການບໍລິການຄ້ຳປະກັນຢ່າງ​ຄົບ​ຊຸດຢູ່ SHB Lao (ຈາກຂັ້ນຕອນເຂົ້າຮ່ວມປະມູນເຖິງຂັ້ນຕອນຄ້ຳປະກັນ).

 ຈຸດພິເສດ

  • ການຄ້ຳປະກັນຊຳລະພາສີອາກອນ ດ້ວຍ​ຮູບ​ການໜັງ​ສື​ຄ້ຳ​ປະ​ກັນ​ທີ່​ທະ​ນາ​ຄານ​ອອກ​ໃຫ້, ໃນນັ້ນໄດ້ ລະບຸເນື້ອໃນ, ຂອບເຂດ ແລະ ບັນດາເງື່ອນໄຂຂອງການຄ້ຳປະກັນ.

ເອກະສານລົງທະບຽນ

 ເອກະສານຕາມລະ​ບຽບການຂອງ SHB Lao

  • ກະລຸນາຕິດຕໍ່ພົວພັນກັບສາຂາ SHB Lao ທີ່ໃກ້ທີ່ສຸດ ຫຼື ຕິດຕໍ່ພົວພັນກັບຫ້ອງການທຸລະກິດຂອງ SHB Lao ເພື່ອໄດ້ຮັບຄຳປຶກສາ.