ຄ້ຳປະກັນການກູ້ຢືມທຶນ

SHB Lao ຄ້ຳປະກັນໃຫ້ລູກຄ້າກູ້ຢືມທຶນຈາກສະຖາບັນການເງິນອື່ນ ທັງພາຍໃນ ແລະ ຕ່າງປະເທດ

  • ເປັນ​ວຽກທີ່ທະນາຄານອອກຄ້ຳປະກັນ ໃຫ້ລູກຄ້າໃດໜຶ່ງກູ້ຢືມທຶນຈາກສະຖາບັນການເງິນອື່ນ ທັງຢູ່ພາຍໃນ ແລະ ຕ່າງປະເທດ

ຜົນປະໂຫຍດທີ່ມີແກ່ວິສາຫະກິດ

  • ຊ່ວຍໃຫ້ລູກຄ້າໄດ້ກູ້ຢືມທຶນໃນບັນດາທຸລະກຳ ເຊິ່ງການຄ້ຳປະກັນການກູ້ຢືມແມ່ນພາກບັງຄັບ (ຍົກຕົວຢ່າງ: ກູ້ຢືມທຶນຈາກຕ່າງປະເທດ)
  • ຄ້ຳປະກັນການກູ້ຢືມທຶນຈາກທະນາຄານທີ່ມີຄວາມເຊື່ອຖື ຈະຊ່ວຍເພິ່ມຄວາມໄວ້ວາງໃຈຂອງລູກຄ້າກັບຄູ່ ຮ່ວມທຸລະກິດຂອງຕົນ, ສິ່ງ​ດັ່ງ​ກ່າວ​ຈະເຮັດໃຫ້ຄວາມຫວັງຂອງທຸລະກຳກູ້ຢືມໜັກແໜ້ນກວ່າ.
  • SHB ໃຫ້ບູລິມະສິດຄ່າທຳ​ນຽມຄໍ້າປະກັນ ແລະ ອັດຕາສ່ວນເງິນມັດຈຳຕໍ່າ ເພື່ອ​ໃຫ້ບັນດາວິສາຫະກິດນຳ​ໃຊ້​ການບໍລິການຄ້ຳປະກັນຢ່າງ​ຄົບ​ຊຸດຢູ່ SHB Lao (ຈາກຂັ້ນຕອນເຂົ້າຮ່ວມປະມູນເຖິງຂັ້ນຕອນຄ້ຳປະກັນ).

ຈຸດພິເສດ

  • ທະນາຄານໃຫ້ຄຳໝັ້ນສັນຍາຈະຊຳລະໜີ້ສິນແທນລູກຄ້າໃນກໍລະນີລູກຄ້າບໍ່ຊຳລະໜີ້ ຫຼື ຊຳລະໜີ້ບໍ່ຄົບ, ບໍ່ ຖືກຕາມກຳນົດເວລາ.
  • ການຄ້ຳປະກັນການກູ້ຢືມດ້ວຍຮູບແບບໜັງ​ສືຄ້ຳປະກັນ ທີ່ທະນາຄານອອກ​ໃຫ້, ໃນນັ້ນໄດ້ລະບຸເນື້ອໃນ, ຂອບເຂດ ແລະ ບັນດາເງື່ອນໄຂຂອງການຄ້ຳປະກັນ.

ເອກະສານລົງທະບຽນ

 ເອກະສານຕາມລະ​ບຽບ​ການຂອງ SHB Lao

  • ກະລຸນາຕິດຕໍ່ພົວພັນກັບສາຂາ SHB Lao ທີ່ໃກ້ທີ່ສຸດ ຫຼື ຕິດຕໍ່ພົວພັນກັບຫ້ອງການທຸລະກິດຂອງ SHB Lao ເພື່ອໄດ້ຮັບຄຳປຶກສາ.