ແຈ້ງການເຊີນເຂົ້າຮ່ວມປະມູນຮັບເໝົາ

ທະ​ນາ​ຄານ ໄຊ​ງ່ອນ-ຮ່າ​ໂນ້ຍ ລາວ ຈຳ​ກັດ (ຕໍ່​ໃປ​ນີ້​ເອີ້ນ​ວ່າ​ຝ່າຍ​ເຊີນ​ເຂົ້າຮ່ວມ​ປະ​ມູນ​ຮັບ​ເໝົາ) ມີ​ແຜນ​ການຈັດ​ຕັ້ງ​ປະ​ມູນ​ກໍ່​ສ້າງ “ສ້ອມ​ແປງ ແລະ ຕໍ່​ເຕີມ​ສຳ​ນັກ​ງານ​ສາ​ຂາ ສະ​ຫວັນ​ນະ​ເຂດ ໃນ​ເຄືອ ທະ​ນາ​ຄານ SHB ລາວ ຈຳ​ກັດ”  ເຊີ່ງນອນ​ຢູ່​ໃນ​ໂຄງ​ການ ສ້ອມ​ແປງ ແລະ ຕໍ່​ເຕີມ​ສຳ​ນັກ​ງານ​ທະ​ນາ​ຄານ SHB ລາວ ຈຳ​ກັດ – ສາ​ຂາ ສະ​ຫວັນ​ນະ​ເຂດ, ສະ​ຖານ​ທີ່​ກໍ່​ສ້າງ​ຢູ່ : ຖະ​ໜົນ ສີສະ​ຫວ່າງວົງ, ໜ່ວຍ 25, ບ້ານ​ລັດ​ຕະ​ນະ​ລັງ​ສີ​ເໜືອ, ນະ​ຄອນ​ໄກ​ສອ​ນ ພົມ​ວິ​ຫານ, ແຂວງ ສະ​ຫວັນ​ນະ​ເຂດ, ສ​ປ​ປ ລາວ.

ຝ່າຍ​ເຊີນ​ເຂົ້າ​ຮ່ວມ​ປະ​ມູນ​ຮັບ​ເໝົາ ຂໍ​ຮຽນ​ເຊີນ​ໜ່ວຍ​ງານ​ຕ່າງໆ​ທີ່​ມີ​ເງື່ອນ​ໄຂ, ຄວາມ​ສາ​ມາດ​ຄົບ​ຖ້ວນ ແລະ ສົນ​ໃຈ​ໜ້າ​ວຽກ​ຂ້າງ​ເທິງ ເຂົ້າ​ຮ່ວມ​ປະ​ມູນ.

ບັນ​ດາ​ໜ່ວຍ​ງານ​ທີ່​ຕ້ອງ​ການ​ເຂົ້າ​ຮ່ວມ ຈະ​ໄດ້​ຮັບ​ເອກ​ສານ​ຟ​ຼີ.

ໜ່ວຍ​ງານ​ໃດສົນ​ໃຈ ສາ​ມາດ​ສຶກ​ສາ​ລາຍ​ລະ​ອຽດ​ຜ່ານ:

ເວບ​ໄຊ​ທ໌: www.shb.la.

ທະ​ນາ​ຄານ ໄຊ​ງ່ອນ-ຮ່າ​ໂນ້ຍ ລາວ ຈຳ​ກັດ : ທ່ານ ເລິມ ກ໋ວກ ເຖ, ໂທ​ລະ​ສັບ: 00856 20 91036868.

ກຳ​ນົດ​ເວ​ລາ​ແຈກ​ເອ​ກະ​ສານ ນັບ​ແຕ່​ວັນ​ທີ 17/05/2018 ເຖິງ ເວ​ລາ 17 ໂມງ ວັນ​ທີ 30/05/2018

ເອ​ກະ​ສານ​ປະ​ມູນ​ຕ້ອງ​ສົ່ງ​ໃຫ້​ທະ​ນາ​ຄານ ໄຊ​ງ່ອນ-ຮ່າ​ໂນ້ຍ ລາວ ຈຳ​ກັດ ຕາມ​ທີ່​ຢູ່​ທີ່​ໄດ້​ລະ​ບຸ​ໃວ້​ຂ້າງ​ເທິງ ຊ້າ​ສຸດ​ບໍ່​ໃຫ້​ກາຍ 17 ໂມງ ວັນ​ທີ 30/05/2018. ​ ເອ​ກະ​ສານ​ປະ​ມູນ​​ແມ່ນ​ຕ້ອງ​ມີຜົນ​ສັກ​ສິດ​ພາຍ​ໃນ​ກຳ​ນົດ​ເວ​ລາ 90 ວັນ ນັບ​ແຕ່​ມື້​ປິດ​ການ​ປະ​ມູນ​ຮັບ​ເໝົາ.