ປະກາດຮັບສະໝັກພະນັກງານ

ທະ​ນາ​ຄານ ໄຊງ​ອ່ນ – ຮ່າ​ໂນ້ຍ ລາວ ຈຳ​ກັດ (SHB Lao) ແມ່ນ​ທະ​ນາ​ຄານ​ລູກ 100% ທຶນ​ຈົດ​ທະ​ບຽນ ທະ​ນາ​ຄານ​ການ​ຄ້າ​ຫຸ້ນ​ຮ່ວມ​ທຸ​ລະ​ກິດ ໄຊງ​ອ່ນ – ຮ່າ​ໂນ້ຍ ຢູ່​ ປະ​ເທດຫວຽດ​ນາມ. SHB ​ເປັນ​ທະ​ນາ​ຄານ​ການ​ຄ້າ​ຫຸ້ນ​ຮ່ວມ​ທຸ​ລະ​ກິດ​ທີ່​ໃຫ່​ຍ​ທີ່​ສຸດ ​ອັນ​ດັບ 5 ຂອງ​ຫວຽດ​ນາມ, ເຊິ່ງ​ເປັນ TOP 10 ທີ່​ມີ​ຊື່​ສຽງ​ທີ່​ສຸດ ຂອງບັນ​ດາ​ທະ​ນາ​ຄານ​ທຸ​ລະ​ກິດ​ຫຸ້ນ​ສ່ວນ​ຢູ່​ຫວຽດ​ນາມ, ທະ​ນາ​ຄານ TOP 100 ໃນ​ພາກ​ພຶ້ນ​ອາ​ຊຽນ, ທະ​ນາ​ຄານ TOP 500 ໃນ​ພາກ​ພຶ້ນ​ອາ​ຊີ​ປາ​ຊີ​ຟິກ​ແລະ​ທະ​ນາ​ຄານ TOP 1000 ທົ່ວ​ໂລກ ແລະ ແມ່ນ​ໜຶ່ງ​ໃນ 10 ສະ​ຖາ​ບັນ​ການ​ປ່ອຍ​ສິນ​ເຊື່ອ​ທີ່​ມີ​ອິດ​ທິ​ພົນ​ທີ່​ສຳ​ຄັນ​ໃນ​ລະ​ບົບ​ທະ​ນາ​ຄານ​ຂອງ​ຫວຽດ​ນາມ… SHB ໄດ້​ເຕີບ​ໃຫ່​ຍ​ຢ່າງ​ແຂງ​ແຮງ​ດ້ວຍ​ພະ​ນັກ​ງ​ງານ 8,371 ຄົ​ນ ​ທີ່​ເຮັດ​ວຽກ​ຢູ່ 530 ຈຸດ​ທຸ​ລະ​ກຳ ພາຍ​ໃນ​ແລະ​ຕ່າງ​ປະ​ເທດ, ຮັບ​ໃຊ້​ລູກ​ຄ້າ​ສ່ວນ​ບຸກ​ຄົນ​ແລະ​ວິ​ສາ​ຫະ​ກິດ​ຫຼາຍກວ່າ 5 ລ້ານ​ຄົນ ແລະ​ ເຊື່ອ​ມ​ຕໍ່ກັບຫຼາຍກວ່າ 400 ທະ​ນາ​ຄານ​ຕົວ​ແທນ​ໃນ​ທະ​ວີບ.

ປະ​ຈຸ​ບັນ SHB ລາວ ມີ ສຳ​ນັກ​ງານ​ໃຫ່​ຍ​ຢູ່​ໃນ ນະ​ຄອນຫຼວງວຽງ​ຈັນ ແລະ 02 ສາ​ຂາ (01 ສາ​ຂາ​ໃນ​ເມືອງ​ປາກ​ເຊ, ແຂວງ​ຈຳ​ປາ​ສັກ; 01 ສາ​ຂາ ທີ່​ເມືອງ​ໄກ​ສອນ​ພົມ​ວິ​ຫານ, ແຂວງ​ສະ​ຫວັນ​ນະ​ເຂດ).

ເພື່ອ​ກະ​ກຽມ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ໃຫ້​ແກ່​ການ​ພັດ​ທະ​ນາ​ເຄື່ອ​ຂ່າຍ ​ແລະ​ ​ເປົ້າ​ໝາຍ​ໃຫ້​ແກ່​ການ​ດຳ​ເນີນ​ທຸ​ລະ​ກິດ​ເພື່ອ​ກາຍ​ເປັນ​ທະ​ນາ​ຄານ​ຊັ້ນ​ນຳ​ໃນ​ຂະ​ແໜງ​ການ​ທະ​ນາ​ຄານ​ແລະ​ການ​ເງິນ​ໃນ​ລາວ​. SHB ລາວ ຈຶ່ງມີ​ຄວາມ​ຕ້ອງ​ການ​​ພະ​ນັກ​ງານ ເພື່ອ​ບັນ​ຈຸ​ເຂົ້າ​ຮັ​ບ​ໃຊ້​ວຽກ​ງານ​ວິ​ຊາ​ສະ​ເພາະ​, ລາຍລະ​ອຽດ ແລະ ເງື່ອ​ນ​ໄຂ​ຂອງ​ຜູ້​ສະ​ໝັກມີ​ດັ່ງ​​ນີ້:

ລຳ​ດັບ ຕຳ​ແໜ່ງ​ຮັບ​ສະ​ໝັກ ຈຳ​ນວນ ສະ​ຖານ​ທີ່​ເຮັດ​ວຽກ
1 ຮອງ​ຜູ້​ຈັດ​ກາ​ນ​ສາ​ຂາ 02 ​ຈຳ​ປາ​ສັກ/ສະ​ຫ​ວັນ​ນະ​ເຂດ
2 ວິ​ຊາ​ການກ​ວ​ດ​ກາ ບໍ​ລິ​ການ​ລູກ​ຄ້າ (Supervisor) 02 ນ​ະ​ຄອນຫຼວງວຽງ​ຈັນ/ສະ​ຫ​ວັນ​ນະ​ເຂດ
3 ວິ​ຊາ​ການ ໄອ​ທີ 03 ນ​ະ​ຄອນຫຼວງວຽງ​ຈັນ/ຈຳ​ປາ​ສັກ/ສະ​ຫ​ວັນ​ນະ​ເຂດ
4 ວິ​ຊາ​ການ ​ສິນ​ເຊື່ອ ວິ​ສາ​ຫະ​ກິດ 02 ນ​ະ​ຄອນຫຼວງວຽງ​ຈັນ/ສະ​ຫ​ວັນ​ນະ​ເຂດ
  • ເງຶ່ອນໄຂ:
  • ເປົ້າ​ໜາຍ: ຊາຍ/ຍິງ , ​ທີ່​ຮຽນ​ຈົບ​ຈາກ ລາວ ຫຼື ສ​ສ ຫວຽດ​ນາມ, ອາ​ຍຸ​ບໍ່​ເກີນ 35 ປີ​ (ຮູ້​ພາ​ສາ​ຫວຽດ​ ແລະ​ ພາ​ສາລາວ ສຳ​ລັບວິ​ຊາ​ການພົວ​ພັນ​ລູກ​ຄ້າ​ວິ​ສາ​ຫະ​ກິດ ຮູ້​ພາ​ສາ​ອັງ​ກິດ​ຈະ​ຮັບ​ພິຈະ​ລະ​ນ​າ​ພິ​ເສດ)
  • ລະ​ດັບ​ການ​ສຶກ​ສາ: ຈົບ​ປະ​ລິນ​ຍາ​ຕີ​ຂື້ນ​ໄປ;
  • ຂະ​ແໜງ: ເສດ​ຖະ​ກິດ, ບັນ​ຊີ – ກວດ​ສອບ, ການ​ຄ້າ, ການ​ຕະຫຼາດ, ກົດ​ໝາຍ, ການ​ເງິນ-ການ​ທະ​ນາ​ຄານ, ບໍ​ລິ​ຫານ​ທຸ​ລະ​ກິດ;
  • ມີ​ຄວາມ​ຮູ້​ໃນ​ການ​ໃຊ້​ຄອມ​ພິວ​ເຕີ, ເຄື່ອງ​​ອັດ​ເອ​ກະ​ສານ ແລະ ສາ​ມາດ​ນຳ​ໃຊ້ (Word, Excel, Powerpoint …)
  • ດ້ານ​ສຸ​ຂະ​ພາບ: ມີ​ສຸ​ຂະ​ພາບ​ແຂງ​ແຮງ.
  • ມີ​ຄວາມ​ອົດ​ທົນ​ ຊື່​ສັດ ແລະ ຮັບ​ຜິດ​ຊອບ​ຕໍ່​ວຽກ​ງານ​ສູງ
  • ເອກະສານ​​ປະກອບມີ:
  • ແບບ​ຝອ​ມ​ສະ​ໜັກ​ວຽກ (CV): ທ່ານ​ສາ​ມາດ​ພົວ​ພັນ​ເອົາ​ໂດຍ​ກົງ​ທີ່​ບ່ອນ​ຢື່ນ​ເອ​ກະ​ສານ​ສະ​ໜັກ​ວ​ຽກ (ຟີ​ຣ) ຫຼື ສາ​ມາດ​ເຂົ້າ​ດາວ​ໂຫຼດ​ຢູ່​ທີ່: www.shbjobs.com.
  •  ຊີ​ວະ​ປະ​ຫວັດ​ທົ່ວໄປ
  • ໃບ​ຢັ້ງ​ຢືນ​ທີ່​ຢູ່
  • ບັດ​ປະ​ຊາ​ຊົນ ຫຼື ປື້ມ​ສຳ​ມະ​ໂນ​ຄົວ (ສະ​ບັບ​ກ​ອ໋ບ​ປີ້)
  • ໃບ​ປະ​ກາດ, ໃບ​ຄະ​ແນນ (ສະ​ບັບ​ກ​ອ໋ບ​ປີ້)
  • ​ໃບ​ຜ່ານ​ງານ (ຖ້າມີ)
  • ໄລຍະເວລາຢື່ນເອກະສານ:
  • ເລີ່ມ​ແຕ່​ວັນ​ທີ: 26/09/2022

+ ວັນ​ຈັນ – ວັນ​ສຸກ

+ ຕອນ​ເຊົ້າ​ເວ​ລາ: 08:30 – 12:00

+ ຕອນ​ແລງ​: ເວ​ລາ​ແຕ່ 13:30 – 17:00

  • ​​ເວ​ລາຢື່ນ​ເອ​ກະ​ສານ: ຜູ້ສະໝັກສາມາດເລືອກ 1 ໃນ 2 ​ຊ່ອງທາງສົ່ໄດ້ຄື:
  • ຢື່ນ​ໂດຍ​ກົງ​ທີ່: ພະ​ແນກ ແຜນ​ການ-ສັງ​ລວມ ຊັ້ນ 1 ທີ່ສຳ​ນັກ​ງານ​ໃຫ​ຍ່ ທະ​ນາ​ຄານ ​ໄຊ​ງ່ອນ-ຮ່​າ​ໂນ້ຍ ລາວ ຈຳ​ກັດ ທີ່​ຢູ່: ຖະ​ໜົນ​ລ້ານ​ຊ້າງ, ບ້ານ​ຫັດ​ສະ​ດີ, ເມືອງ ຈັ​ນ​ທະ​ບູ​ລີ, ນະ​ຄອນຫຼວງວຽງ​ຈັນ.
  • ສາ​ມາ​ດສົ່ງ​ຜ່ານ​ອີ​ເມວ: Email: sengmany.s@shb.com.vn

ໂທຕິດ​ຕໍ່: 020 5648 6688 (ນາງ ແສງ​ມະ​ນີ ສີ​ວິ​ຊຳ)