ເຫັນ​ໄດ້​ບົດ​ບາດ, ທີ່​ຕັ້ງ​​ສຳ​ຄັນເປັນພິ​ເສດ​​ຂອງວັດ​ທະ​ນະ​ທຳ​ວິ​ສາ​ຫະ​ກິດໃນ​ການ​ພັດ​ທະ​ນາ,  ແອັສເອັຈ ບີ ໄດ້​ສ້າງວັດ​ທະ​ນະ​ທຳ​ວິ​ສາ​ຫະ​ກິດ​ເປັນ​ປັດ​ໃຈ​ທາງ​ດ້ານ​ຈິດ​ໃຈທີ່ຕິດ​ພັນ​ກັນຢ່າງ​ສະ​ໜິດ​ແໜ້ນໃນ​ທົ່ວ​ລະ​ບົບ. SHB Lao ໄດ້ສຸມໃສ່​ການສ້າງແຜນ​ຍຸດ​ທະ​ສາດແຫຼ່ງ​ຊັບພະຍາກອນມະນຸດ ແລະ ກໍ່​ສ້າງຖັນ​ແຖວ​ພະ​ນັກ​ງານ​ມື​ອາ​ຊີບ ໂດຍຮັບ​ປະ​ກັນ​​ໃຫ້ຂະບວນການດຳ​ເນີນ​ງານເປັນປົກ​ກະ​ຕິ, ມີ​ປະ​ສິດ​ທິ​ຜົນ ແລະ ຕໍ່​ເນື່ອງ​ໃນ​ທົ່ວ​ລະ​ບົບ.

ຢູ່ SHB Lao, ທຸກ​ຄົນພາຍ​ໃນ​ທະ​ນາ​ຄານ ລ້ວນ​ແຕ່​ເຮັດ​ວຽກໃນການຈັດຕັ້ງ​ດຽວ​ກັນ, ເຮັດວຽກເພື່ອ​ຜົນ​ປະ​ໂຫຍດ​ລວມ​ຂອງ​ທະ​ນາ​ຄານ; ສ້າງ ແລະ ຮັກ​ສາ​ສະ​ພາບ​ແວດ​ລ້ອມ​ການ​ເຮັດ​ວຽກທີ່​ຫ້າວ​ຫັນ, ມີ​ຫົວ​ຄິດ​ປະ​ດິດ​ສ້າງ; ມີຄວາມມານະພະ​ຍາ​ຍາມໃນການ​ສ້າງ​ສະ​ພາບ​ແວດ​ລ້ອມ​ການ​ເຮັດ​ວຽກ ຊຶ່ງເປັນບ່ອນ​ທີ່​ພະ​ນັກ​ງານ​ທັງ​ໝົດ​ສາ​ມາດພັດ​ທະ​ນາ​ຄວາມ​ສາ​ມາດ​ຂອງ​ຕົນ​ເອງ. ພະ​ນັກ​ງານວິ​ຊາ​ການ ແລະ ພະ​ນັກ​ງານ​ຄຸ້ມ​ຄອງ ພ້ອມ​ກັນ​ປະ​ຕິ​ບັດ​ວຽກ​ງານ​ບົນ​ຈິດ​ໃຈ​ເຄົາ​ລົບ​ນັບ​ຖືເຊິ່ງກັນແລະກັນ, ຮ່ວມ​ມື ແລະ ແລກ​ປ່ຽນ​ຂໍ້​ມູນ​ນຳ​ກັນເພື່ອ​ປະ​ຕິ​ບັດສຳ​ເລັດ​ພາ​ລະ​ກຳ​ຂອງ SHB Lao; ຕອບ​ສະ​ໜອງ​ຜົນ​ປະ​ໂຫຍດ​ສູງ​ສຸດ​ຂອງ​ບັນ​ດາ​ຂາ​ຮຸ້ນ, ​ບັນດານັກ​ລົງ​ທຶນ ​ເພື່ອ​ໃຫ້ SHB Lao ວັດທະ​ນາ​ຖາ​ວອນ.