ໜ້າຫຼັກ ກ່ຽວກັບທະ​ນາ​ຄານ ແອັສເອັຈບີ ລາວ ວິໃສທັດ, ຍຸດທະສາດ – ພາລະກິດ

ວິໃສທັດ

SHB Lao ໄດ້ວາງ​ຄາດ​ໝາຍ​ວ່າຈະກາຍເປັນ​ທະ​ນາ​ຄານທຸ​ລະ​ກິດ​ທີ່​ທັນ​ສະ​ໄໝ​ດ້ວຍຫຼາຍ​ຮູບ​ແບບ, ມີຫຼາຍ​ຮູບ​ແບບ​ທີ່​ນຳ​ໜ້າ​ຢູ່ປະ​ເທດ ສ​ສ ຫວຽດ​ນາມ ແລະ ວິ​ໃສ​ທັດ​ຮອດ​ປີ 2020 ໃຫ້​ກາຍ​ເປັນ​ກຸ່ມ​ສະ​ຖາ​ບັນ​ການ​ເງິນ​ໜຶ່ງທີ່​ເຂັ້ມ​ແຂງ ຕາມ​ມາດ​ຕະ​ຖານ​ສາ​ກົນ ດ້ວຍ​​ໂຄງ​ລ່າງ​ເຕັກ​ໂນ​ໂລ​ຊີທີ່​ທັນ​ສະ​ໄໝ, ມີ​ບຸກ​ຄະ​ລາ​ກອນ​ມື​ອາ​ຊີບ, ເຄືອ​ຂ່າຍກວ້າງ​ຂວາງ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ແລະ ສາ​ກົນ ເພື່ອ​ນຳ​ເອົາ​ບັນ​ດາ​ຜະ​ລິດ​ຕະ​ພັນ​ການ​ບໍ​ລິ​ການອັນຄົບຊຸດ, ​ສະ​ດວກສະ​ບາຍ ດ້ວຍຄ່າ​ທຳ​ນຽມ​ເໝາະ​ສົມ, ຄຸນ​ນະ​ພາບ​ການ​ບໍ​ລິ​ການ​ສູງ​ມາ​ໃຫ້​ລູກ​ຄ້າ ແລະ ບັນ​ດາ​ຄູ່​ຮ່ວມ​ທຸ​ລະ​ກິດ.

ພາລະກິດ

ຜົນປະໂຫຍດຂອງຂາຮຸ້ນ
SHB Lao ຍາມ​ໃດ​ກໍ​ໃຫ້​ຄຳ​ໝັ້ນ​ສັນ​ຍາຈະຮັບປະກັນຄວາມປອດໄພ ແລະ ເພີ່ມ​ທະ​ວີ​ຄຸນ​ຄ່າ​ທະ​ນາ​ຄານ, ພັດ​ທະ​ນາ​ຢ່າງ​ໝັ້ນ​ຄົງປອດ​ໄພ ເພື່ອ​ນຳ​ເອົາ​ຜົນ​ປະ​ໂຫຍດ​ສູງ​ສຸດ​ມາ​ໃຫ້​ຂາ​ຮຸ້ນ.
SHB Lao ຂະ​ຫຍາຍ​ຕົວ​ຢ່າງບໍ່​ຢຸດຢັ້ງ, ຕອບ​ສະ​ໜອງ​ຕາມ​ຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາ​ຂອງ​ບັນ​ດາຂາ​ຮຸ້ນ, ບັນດານັກລົງ​ທຶນ ເພື່ອ​ໃຫ້ SHB Lao ພັດ​ທະ​ນາ​ຖາ​ວອນ.

ລູກຄ້າເປັນໃຈກາງ
SHB Lao ຍາມ​ໃດ​ກໍ​ເຂົ້າ​ໃຈ, ຫັນສູ່​ລູກ​ຄ້າ ແລະ ຕະຫຼາດ ດ້ວຍວິ​ທີ​ບໍ​ລິ​ການແບບ​ມື​ອາ​ຊີບ, ທັນ​ສະ​ໄໝ.
SHB Lao ​ສັນ​ຍາ​​ຈະ​ສະ​ໜອງ​ບັນ​ດາ​ຜະ​ລິດ​ຕະ​ພັນບໍລິການ​ທີ່​ທັນ​ສະ​ໄໝ​, ມີຫຼາຍ​ຮູບ​ແບບ, ມີ​ຄວາມ​ສະ​ດວກ, ໃກ້ສິດ, ​ວ່ອງ​ໄວ, ​ມີ​ປະ​ສິດ​ທິ​ຜົນ, ​ມີ​ຄວາມ​ແຕກ​ຕ່າງ ແລະ ມີ​ລັກ​ສະ​ນະ​ແຂ່ງ​ຂັນ​ສູງໃຫ້​ແກ່ລູກ​ຄ້າ.

ຖືສຳຄັນການພັດທະນາຖັນແຖວພະນັກງານ
SHB Lao ໜຸ່ມ​ນ້ອຍ, ຫ້າວ​ຫັນ, ສະ​ພາບ​ແວດ​ລ້ອມ​ການ​ເຮັດ​ວຽກ​ແບບ​ມື​ອາ​ຊີບ, ໜ້າ​ເຊື່ອ​ຖື
ພັດ​ທະ​ນາ ແລະ ເອ​ກ​ອ້າງ​ທະ​ນົງ​ຕົວ​ຕໍ່ສີສັນ​ວັດ​ທະ​ນະ​ທຳທີ່ມີຫົວຄິດປະດິດສ້າງ, ມີ​ຄວາມ​ສາ​ມັກ​ຄີ, ສ້າງ​ໂອ​ກາດ​ພັດ​ທະ​ນາ​ໃຫ້​ທຸກ​ຄົນ ກ້າວ​ສູ່​ຄຸນຄ່າເຊີດຊູບັນດາ​ບຸກ​ຄົນທີ່ມີ​ຜົນ​ງານ​ດີ​ເດັ່ນ ຂອງ SHB Lao.

ສັດຊື່ ແລະ ໂປ່ງໃສ
SHB Lao ຍຶດ​ຖືຄວາມ​ສັດຊື່, ໂປ່ງ​ໃສຕໍ່​ທຸກ​ການ​ເຄື່ອນ​ໄຫວ​ໃນ​ທົ່ວ​ລະ​ບົບ
ຍົກ​ສູງ​ຄວາມ​ສາ​ມາດໃນ​ການ​ຄຸ້ມ​ຄອງ​ບໍ​ລິ​ຫານ, ວຽກ​ງານ​ຄຸ້ມ​ຄອງ​ຄວາມ​ສ່ຽງ, ກວດ​ກາ​ກວດ​ສອບ​ພາຍ​ໃນ.

ປ່ຽນແປງໃໝ່ຢ່າງບໍ່ຢຸດຢັ້ງ
SHB Lao ຍາມ​ໃດ​ກໍ​ໄດ້​ສ້າງ​ຍຸດ​ທະ​ສາດ​ການ​ແຂ່ງ​ຂັນ, ສ້າງ​ຄວາມ​ແຕກ​ຕ່າງ, ຮັບ​ຟັງ​ຄຳ​ຄິດ​ເຫັນ, ຮຽນ​ຮູ້, ປັບ​ປຸງ, ປ່ຽນ​ແປງ​ໃໝ່ ແລະ ພັດ​ທະ​ນາ.

ຄຸນຄ່າດ້ານຊື່ສຽງ
SHB Lao ແມ່ນ​ທະ​ນາ​ຄານ​ທຸ​ລະ​ກິດ​ທີ່​ທັນ​ສະ​ໄໝດ້ວຍຫຼາຍ​ຮູບ​ແບບ, ມີ​ເອ​ກະ​ລັກ​ສະ​ເພາະ, ມີ​ຄວາມໄວ້ວາງໃຈ ແລະ ມີຖານະບົດບາດ​ຢູ່​ພາຍ​ໃນ​ປະ​ເທດ ແລະ ຕ່າງ​ປະ​ເທດ.
ຊື່​ສຽງ​ແມ່ນ​ຊັບ​ສົມ​ບັດ​ຂອງ​ທະ​ນາ​ຄານ, ເປັນ​ກຽດ​ສັກ​ສີ​ຂອງ​ພະ​ນັກ​ງານທະ​ນາ​ຄານ.

ຍຸດທະສາດການພັດທະນາ

​ສ້າງຍຸດ​ທະ​ສາດທີ່ສອດ​ຄ່ອງ​ກັບ​ແຕ່​ລະ​ໄລ​ຍະ​ພັດ​ທະ​ນາ, ມີ​ລັກ​ສະ​ນະ​ກຳ​ນົດ​ທິດໄລ​ຍະ​ຍາວດ້ວຍ​ຍຸດ​ທະ​ສາດ​ແຂ່ງ​ຂັນ, ສ້າງ​ຄວາມ​ແຕກ​ຕ່າງ, ຫັນ​ສູ່ຕະຫຼາດ​ ແລະ ລູກ​ຄ້າ.

ລະ​ບົບ​ການ​ຄຸ້ມ​ຄອງ​ຄວາມ​ສ່ຽງໄດ້ສ້າງ​ແບບຄົບຊຸດ ມີ​ລວງ​ເລິກ​ໃນ​ທົ່ວ​ລະ​ບົບ, ມີ​ຄຸນ​ນະ​ພາບ, ມີ​ປະ​ສິດ​ທິ​ຜົນ ແລະ ມື​ອາ​ຊີບ ໂດຍຮັບ​ປະ​ກັນ​ໃຫ້ການ​ເຄື່ອນ​ໄຫວ​ປອດ​ໄພ​ໝັ້ນ​ຄົງ​.

ສ້າງວັດ​ທະ​ນະ​ທຳ SHB Lao ກາຍ​ເປັນ​ປັດ​ໃຈ​ທາງ​ດ້ານ​ຈິດ​ໃຈທີ່ຕິດ​ພັນກັນຢ່າງ​ສະ​ໜິດ​ແໜ້ນ​​ໃນ​ທົ່ວ​ລະ​ບົບ. ສ້າງ​ຍຸດ​ທະ​ສາດ​ບໍລິຫານ ແລະ ກໍ່​ສ້າງ​ແຫຼ່ງ​ຊັບພະຍາກອນມະນຸດໃຫ້ມີ​ມື​ອາ​ຊີບ, ຮັບ​ປະ​ກັນ​ໃຫ້ຂະບວນການ​ດຳ​ເນີນ​ງານເປັນປົກ​ກະ​ຕິ, ມີ​ປະ​ສິດ​ທິ​ຜົນ ແລະ ຕໍ່​ເນື່ອງ​ໃນ​ທົ່ວ​ລະ​ບົບ SHB Lao.

ພັດ​ທະ​ນາ​ບັນ​ດາ​ຜະ​ລິດ​ຕະ​ພັນບໍ​ລິ​ການ, ເຮັດໃຫ້ກຳ​ໄລຈາກ​ການ​ບໍ​ລິ​ການ/ລວມຍອດ​ກຳ​ໄລມີການ ຂະຫຍາຍຕົວ​ຜ່ານ​ແຕ່​ລະ​ປີ ດ້ວຍ​ພື້ນ​ຖານເຕັກ​ໂນ​ໂລ​ຊີ​ທີ່​ທັນ​ສະ​ໄໝກ້າວໜ້າ.

ຍາມໃດກໍຕອບ​ສະ​ໜອງ​ຜົນ​ປະ​ໂຫຍດ​ສູງ​ສຸດ​ຂອງ​ບັນ​ດາຂາ​ຮຸ້ນ, ນັກ​ລົງ​ທຶນ ເພື່ອເຮັດ​​ໃຫ້ SHB Lao ພັດທະ​ນາ​ຖາ​ວອນ.