ໜ້າຫຼັກ ກ່ຽວກັບທະ​ນາ​ຄານ ແອັສເອັຈບີ ລາວ

ຜ່ານໄລຍະ 5 ປີແຫ່ງການກຳເນີດ ແລະ ພັດທະນາ, SHB Lao ມີຄວາມເອກອ້າງທະນົງຕົວເປັນທະນາຄານຕ່າງປະເທດທີ່ມີການເຕີບໂຕໃນການເຄື່ອນໄຫວ, ພັດທະນາຢ່າງໝັ້ນຄົງ ແລະ ປອດໄພ,  ພ້ອມກັນ ນັ້ນກໍໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດສັງຄົມ ຂອງ ລາວ.

ປີ 2012

ໃນ​ວັນ​ທີ 15 ສິງ​ຫາ 2012 SHB Lao ໄດ້​ເລີ່ມ​ຕົ້​ນ​ເຂົ້າ​ສູ່​ການ​ເຄື່ອນ​ໄຫວ​ ໃນ​ຖາ​ນະ​ເປັນ​ສາ​ຂາ​ໜຶ່ງ​ຂອງ​ທະ​ນາ​ຄານແມ່ຢູ່​ຫວຽດ​ນາມຄື ທະ​ນາ​ຄານຮຸ້ນ​ສ່ວນ​ການ​ຄ້າ​ໄຊ​ງ່ອນ-ຮ່າ​ໂນ້ຍ, ສາ​ຂາລາວ ​ຕັ້ງ​ຢູ່​ເມືອງ​ປາກ​ເຊ ແຂວງ​ຈຳ​ປາ​ສັກ ສ​ປ​ປ ລາວ ມີ​ທຶນ​ຈົດ​ທະ​ບຽນ 104 ຕື້​ກີບ.

ປີ 2015 – ຮອດປະຈຸບັນ

ໃນ​ວັນ​ທີ 15 ມັງ​ກອນ 2016, ໂດຍ​ໄດ້​ຮັບ​ການ​ອະ​ນຸ​ຍາດ​ຈາກ​ທະ​ນາ​ຄານ​ກາງແຫ່ງ ສ​ປ​ປ ລາວ (BOL), SHB Lao ໄດ້​ຫັນ​​ຈາກສາ​ຂາຕ່າງ​ປະ​ເທດ​ມາ​ເປັນ​ທະ​ນາ​ຄານ​ເຕັມ​ຮູບ​ແບບ ດ້ວຍ​​ທຶນ ຂອງ​ຕ່າງ​ປະ​ເທດ 100% ທີ່​ລົງ​ທຶນ​ຢູ່​ ສ​ປ​ປ ລາວ ຊຶ່ງມີ ທຶນ​ຈົດ​ທະ​ບຽນ​ເກືອບ 405 ຕື້​ກີບ.

ຜ່ານ​ໄລ​ຍະ 5 ປີ​ ແຫ່ງ​ການເຄື່ອນ​ໄຫວ SHB Lao ສາ​ມາດຢັ້ງ​ຢືນ​ໄດ້​ພາບ​ພົດ​ຊື່​ສຽງ ແລະ ອັດ​ຕາ​ສ່ວນ​ຍຶດ​ຄອງ​ຕະຫຼາດ​ຢູ່ ສ​ປ​ປ ລາວ.